ຫິມະເບົາ: 1 ໃນ 24 ຈຸດແບ່ງລະດູການ

2022-11-22 11:36:10 cri

    ວັນທີ 22 ພະຈິກນີ້ ກົງກັບຈຸດ “ຫິມະເບົາ” ເຊິ່ງເປັນຈຸດແບ່ງລະດູການອັນທີ 20 ໃນ 24 ຈຸດແບ່ງລະດູການຕາມປະຕິທິນຂອງຈີນ. “ຫິມະເບົາ” ແມ່ນຈຸດແບ່ງລະດູການທີ່ສະແດງໃຫ້ເຫັນເຖິງນ້ຳຝົນ ແລະອຸນຫະພູມ,  ຈຸດ “ຫິມະເບົາ” ມາເຖິງ ກໍສະແດງວ່າອາກາດຈະນັບມື້ນັບເຢັນລົງ, ປະລິມານນ້ຳຝົນຈະນັບມື້ນັບຫຼາຍຂຶ້ນ. ເວົ້າສຳລັບກະສິກຳແລ້ວ, ຖ້າວ່າຫິມະຕົກໃນມື້ນີ້ກໍໝາຍເຖິງປະລິມານນ້ຳຝົນຈະພໍດີໃນປີທີ່ຈະມາເຖິງ, ທັງມີຜົນດີຕໍ່ການຫຼຸດສັດຕູພືດໃຫ້ໜ້ອຍລົງ ແລະເຮັດໃຫ້ດິນງາມກວ່າເກົ່າ.