ສຳມະນາກອນທາງລົດໄຟລາວເລີ່ມຮຽນວິຊາສະເພາະຢູ່ຈີນ

2022-11-23 14:22:42 CRI

 

ຕາມຂ່າວCRI: ວັນທີ 22 ພະຈິກນີ້, ຢູ່ໂຮງຮຽນເຕັກນິກວິຊາຊີບທາງລົດໄຟຄຸນໝິງແຂວງຢູນໜານຈີນໄດ້ຈັດກິດຈະກຳ “ວັນພົບສື່ມວນຊົນ”. ນັກຂ່າວໄດ້ຮັບຊາບຂໍ້ມູນຈາກກິດຈະກຳນີ້ວ່າ, ສຳມະນາກອນ 40 ຄົນທີ່ໂຮງຮຽນເຕັກນິກວິຊາຊີບທາງລົດໄຟລາວເລືອກໃຫ້ມາຮັບການເຝິກອົບຮົມຢູ່ໂຮງຮຽນເຕັກນິກວິຊາຊີບທາງລົດໄຟຄຸນໝິງໄດ້ສິ້ນສຸດການຮ່ຳຮຽນວິຊາພາສາຈີນແລະວິຊາພື້ນຖານທາງລົດໄຟ, ແລະໄດ້ເຂົ້າໄປຮຽນວິຊາສະເພາະກ່ຽວກັບເສັ້ນທາງລົດໄຟ, ຫົວລົດໄຟ, ໂຄງການ, ການຈ່າຍໄຟຟ້າ, ການຂົນສົ່ງ, ສັນຍານການສື່ສານທັງໝົດ 6 ວິຊາ.

 


ຄາດວ່າເມື່ອຮອດກາງເດືອນມິຖຸນາປີ 2023 ໜ້ານີ້, ສຳມະນາກອນລາວຈະສິ້ນສຸດການຮຽນວິຊາສະເພາະ, ພາຍຫຼັງໄດ້ຮັບການເຝິກອົບຮົມທິດສະດີການສຶກສາວິຊາຊີບແລະການຄຸ້ມຄອງດ້ານການສຶກສາເປັນເວລາ 5 ສັບປະດາແລ້ວ, ສຳມະນາກອນເຫຼົ່ານີ້ຈະກັບຄືນປະເທດລາວພາຍຫຼັງສຳເລັດສອບເສັງໃນທ້າຍເດືອນກໍລະກົດປີໜ້າ.