ເລີ່ມປະຕິບັດກົດໝາຍລາດຕະເວນຕາມລ່ອງແມ່ນ້ຳຂອງຮ່ວມກັນລະຫວ່າງຈີນ,ລາວ, ມຽນມາ ແລະໄທເທື່ອທີ 123

2022-11-23 15:42:08 cri

 


ຕອນເຊົ້າວັນທີ 22 ພະຈິກນີ້, ເຮືອປະຕິບັດກົດໝາຍຈີນ 2 ລຳທີ່ເຂົ້າຮ່ວມປະຕິບັດກົດໝາຍລາດຕະເວນຕາມລ່ອງແມ່ນ້ຳຂອງຮ່ວມກັນລະຫວ່າງຈີນ, ລາວ, ມຽນມາ ແລະໄທເທື່ອທີ 123 ໄດ້ເລີ່ມອອກຈາກຮາເຮືອຈິງຫ່າເມືອງປົກຄອງຕົນເອງເຜົ່າໄຕລື້ສິບສອງພັ່ນນາແຂວງຢຸນນານຈີນ ເຊິ່ງໝາຍຄວາມວ່າການລາດຕະເວນເທື່ອນີ້ໄດ້ເລີ່ມຂຶ້ນຢ່າງເປັນທາງການແລ້ວ.

 

ໃນການລາດຕະເວນເທື່ອນີ້, ອົງການປະຕິບັດກົດໝາຍຈີນ, ລາວ, ມຽນມາ ແລະໄທໄດ້ສົ່ງເຮືອເຂົ້າຮ່ວມທັງໝົດ 4 ລຳ, ຄາດວ່າຈະໃຊ້ເວລາ 4 ມື້ 3 ຄືນ.