ລັດຖະມົນຕີກະຊວງການຕ່າງປະເທດອີຣານກ່າວວ່າ: ການເຈລະຈານີວເຄລຍອີຣານລະຫວ່າງອີຣານ ແລະອາເມຣິກາມີຂໍ້ຂັດແຍ້ງ 3 ດ້ານ

2022-11-24 14:50:34 cri

 

ວັນທີ 23 ພະຈິກນີ້, ທ່ານໂຮເຊນ ອາເມຍ ອັບດູນລາຮຽນ ລັດຖະມົນຕີກະຊວງການຕ່າງປະເທດອີຣານກ່າວວ່າ: ການເຈລະຈາເພື່ອຟື້ນຟູສັນຍາຮອບດ້ານກ່ຽວກັບບັນຫານີວເຄລຍອີຣານລະຫວ່າງອີຣານ ແລະອາເມຣິກາມີຂໍ້ຂັດແຍ້ງ 3 ດ້ານ.

 

ໃນມື້ດຽວກັນ, ທ່ານອັບດູນລາຮຽນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຂໍ້ຂັດແຍ້ງທີໜຶ່ງແມ່ນການແກ້ໄຂບັນຫາທີ່ຍັງເຫຼືອລະຫວ່າງອີຣານ ແລະອົງການພະລັງງານປະລະມະນູສາກົນ; ສອງແມ່ນອີຣານຮຽກຮ້ອງໃຫ້ຮັບປະກັນດ້ານເສດຖະກິດ ເຮັດໃຫ້ບໍລິສັດຕ່າງປະເທດມີຄວາມໝັ້ນໃຈມາລົງທຶນຢູ່ອີຣານ; ສາມແມ່ນຮຽກຮ້ອງໃຫ້ປະເທດຕາເວັນຕົກບໍ່ແຜ່ຂະຫຍາຍມາດຕະການລົງໂທດໄປສູ່ຝ່າຍທີສາມ. ທ່ານກ່າວຕື່ມວ່າ: ຝ່າຍເອີຣົບພວມໄກ່ເກ່ຍລະຫວ່າງອີຣານ ແລະອາເມຣິກາກ່ຽວກັບຂໍ້ຂັດແຍ້ງເຫຼົ່ານີ້.