ຕາລາງລາຍການ FM93Mhz

ທ່ານນາງ ຈູ້ເສວ໋ລານ: ວາງແຜນການໃໝ່ໃນການທ່ອງທ່ຽວດ້ານວັດທະນະທຳຊາເພື່ອໃຫ້ຊົນນະບົດຈະເລີນຂຶ້ນຕໍ່ໄປ

2022-11-25 13:26:31 cri

  

 

    “ຂ້າພະເຈົ້າແມ່ນລູກສາວຂອງພູດອຍ, ທັງແມ່ນສະມາຊິກພັກຄອມມູນິດຈີນຜູ້ໜຶ່ງ, ການເຮັດໃຫ້ຊາວບ້ານໃຊ້ຊີວິດແບບບໍ່ຕ້ອງເປັນຫ່ວງນຳການກິນການຢູ່ ແລະ ບໍ່ໃຫ້ຄົນໃດໜຶ່ງຕົກແຖວບົນເສັ້ນທາງຄວາມສຸກນັ້ນ ແມ່ນເປົ້າໝາຍຂອງຂ້າພະເຈົ້າທີ່ສະແຫວງຫາຕະຫຼອດຊີວິດ.” ນີ້ແມ່ນຄຳໃຫ້ສຳພາດຂອງທ່ານນາງ ຈູ້ເສວ໋ລານ ເລຂາຄະນະພັກບ້ານຊ່ານພີງ, ຕາແສງລີ້ວປາວ, ເມືອງຊ່າງອູ, ນະຄອນອູໂຈ່ວ, ເຂດກວາງຊີ, ປະເທດຈີນ.

    ບ້ານຊ່ານພີງເປັນບ້ານເກີດຂອງນາງ ຈູ້ເສວ໋ລານ ຕັ້ງຢູ່ພາກຕາເວັນຕົກສຽງເໜືອຂອງຕາແສງລີ້ວປາວ ທີ່ຖືກຂະໜານນາມວ່າ “ບ້ານຊາໂດ່ງດັງຂອງຈີນ”, ແມ່ນບ້ານພູດອຍທີ່ເຜົ່າຢ້າວອາໄສຢູ່ ເຊິ່ງເປັນໜຶ່ງໃນຊົນເຜົ່າສ່ວນໜ້ອຍຂອງຈີນ, ທົ່ວບ້ານມີ 5 ພັນກວ່າຄົນ, ຫຼາຍກວ່າເຄິ່ງໜຶ່ງຕັ້ງຖິ່ນຖານຢູ່ເທິງພູດອຍທີ່ສູງກວ່າລະດັບໜ້ານ້ຳທະເລ 600 ແມັດຂຶ້ນໄປ, ເຖິງວ່າ ເປັນເຂດແກນກາງດ້ານການປູກຊາໃນຕາແສງລີ້ວປາວກໍຕາມ ແຕ່ໃນຫຼາຍປີກ່ອນ ພັດແມ່ນບ້ານທຸກຍາກທີ່ສຸດ ຂອງເຂດກວາງຊີ, ເງື່ອນໄຂທຳມະຊາດທີ່ມີພູຫຼາຍ ດິນປູກໜ້ອຍນັ້ນ ເປັນປັດໄຈໃຫຍ່ກວ່າໝູ່ທີ່ຈຳກັດການພັດທະນາຂອງບ້ານນີ້.

    ປີ 2008,  ທ່ານນາງ ຈູ້ເສວ໋ລານໄດ້ຮັບເລືອກຕັ້ງເປັນເລຂາຄະນະພັກບ້ານຊ່ານພີງ. ຫຼັງຈາກຂຶ້ນຮັບຕຳແໜ່ງແລ້ວ ວຽກທຳອິດທີ່ລາວເຮັດ ກໍແມ່ນສ້າງທາງໃຫ້ບ້ານ ເພາະຈີນມີສຸພະສິດກ່າວໄວ້ວ່າ: “ຢາກຮັ່ງມີຂຶ້ນ, ໃຫ້ສ້າງທາງກ່ອນ.” ທ່ານນາງ ຈູ້ເສວ໋ລານ ໄດ້ທຽວໄປຫາພາກສ່ວນທີ່ກ່ຽວຂ້ອງຂັ້ນນະຄອນ ແລະ ຂັ້ນເມືອງຫຼາຍເທື່ອ, ເມື່ອຜ່ານການປະສານງານຫຼາຍຝ່າຍ ໃນທີ່ສຸດໂຄງການສ້າງທາງກໍໄດ້ດ້ຮັບການຈັດຕັ້ງປະຕິບັດ. ເພື່ອປະຢັດເງິນທຶນ, ລາວໄດ້ນຳພາຊາວໜຸ່ມໄວກາງທົ່ວບ້ານ, ເສີມຂະຫຍາຍນ້ຳໃຈນຳໜ້າຂອງສະມາຊິກພັກ, ໄປບຸກເບີກເປີ້ນພູ, ຂຸດດິນ, ປູທາງ, ຈົນກໍ່ສ້າງເສັ້ນທາງໃຫ້ຮອດໜ້າປະຕູເຮືອນຊາວບ້ານໄດ້ສໍາເລັດ.



    ຫຼັງຈາກສ້າງທາງສຳເລັດແລ້ວ, ເພື່ອປ່ຽນແປງໂສມໜ້າເກົ່າທີ່ທຸກຍາກ ແລະຫຼ້າຫຼັງຂອງບ້ານຊ່ານພີງ, ທ່ານນາງ ຈູ້ເສວ໋ລານ ຕົກລົງປູກຊາລີ້ວປາວທີ່ມີຊື່ສຽງ. ຊາລີ້ວປາວແມ່ນຊາດຳທີ່ມີຊື່ສຽງຂອງຈີນ, ຂະບວນການຜະລິດຖືກຈັດເຂົ້າໃນບັນຊີ ລາຍຊື່ໂຄງການຕົວແທນຂອງມໍລະດົກວັດທະນະທຳນາມມະທຳລະດັບຊາດ ງວດທີ 4.

    ທ່ານນາງ ຈູ້ເສວ໋ລານ ແມ່ນຜູ້ສືບທອດລະດັບເຂດປົກຄອງຕົນເອງໃນການສານຕໍ່ສີມືການຜະລິດຊາລີ້ວປາວ. ຊາລີ້ວປາວທີ່ລາວຂົ້ວອອກມານັ້ນ ໄດ້ຮັບຄວາມ ນິຍົມຊົມຊອບໃນຕະຫຼາດຫຼາຍ ຍ້ອນມີຄຸນນະພາບສູງຢ່າງສະໝໍ່າສະເໝີ. ບໍ່ດົນ, ຢູ່ບ້ານຊ່ານພີງກໍໄດ້ເກີດກະແສການປູກຊາລີ້ວປາວ.

    ທີ່ຈິງແລ້ວ, ຢູ່ບ້ານຊ່ານພີງ ໄດ້ມີມູນເຊື້ອປູກຊາລີ້ວປາວມາໂດຍຕະຫຼອດ, ແຕ່ກ່ອນ ແຕ່ລະຄອບຄົວກໍປູກແບບກະແຈກກະຈາຍ, ບໍ່ທັນເປັນຂະໜາດໃຫຍ່. ໂດຍແນໃສ່ສະພາບການດັ່ງກ່າວ, ທ່ານນາງ ຈູ້ເສວ໋ລານ ໄດ້ນຳພາຊານບ້ານທັງຫຼາຍປັບປຸງພື້ນທີ່ທີ່ມີຜົນຜະລິດໜ້ອຍ, ທັງໄດ້ຂະຫຍາຍເນື້ອທີ່ປູກໃນ 20 ເຮັກຕາ ທີ່ມີ ຢູ່ແລ້ວໃຫ້ກວ້າງຕື່ມອີກ. ຍ້ອນຜະເຊີນໜ້າກັບບັນຫາຂອງຊາວບ້ານແຕ່ລະຄອບຄົວທີ່ມີວິທີຜະລິດຊາຕ່າງກັນ ຈິ່ງພາໃຫ້ຄຸນນະພາບຂອງຊາບໍ່ຄືກັນ, ທ່ານນາງ ຈູ້ເສວ໋ລານ ຈິ່ງໄດ້ເປີດເຜີຍສີມືການຜະລິດຊາລິ້ວປາວທີ່ສືບທອດມາຈາກບັນພະບຸລຸດຂອງຕົນ.



    ທ່ານນາງກ່າວວ່າ: “ທຳອິດ, ຄົນໃນຄອບຄົວກໍຄັດຄ້ານ, ຂ້າພະເຈົ້າກໍເຮັດວຽກ ແນວຄິດກັບເຂົາເຈົ້າເທື່ອແລ້ວເທື່ອເລົ່າ. ຄັນຢາກພັດທະນາອຸດສາຫະກຳ, ຕ່າງ ຄົນຕ່າງເຮັດເອງ ກໍບໍ່ທໍ່ກັບຮ່ວມກັນພັດທະນາ, ມີແຕ່ສ້າງເອກະລັກຂອງຕົນອອກມາເທົ່ານັ້ນ ຈິ່ງສາມາດພັດທະນາອຸດສາຫະກຳນີ້ໃຫ້ດີໄດ້ຢ່າງແທ້ຈິງ.” ຂະນະດຽວກັນ, ລາວຍິ່ງເຊື່ອໝັ້ນວ່າ: ໃນຖານະເປັນສະມາຊິກພັກ, ຕົນເອງຕ້ອງຈື່ຈຳ ເຖິງອຸດົມການຂອງຕົນທີ່ໃຫ້ໄວ້ໃນເວລາເຂົ້າເປັນສະມາຊິກພັກມາໂດຍຕະຫຼອດ. ການຜະລິດຊາເປັນຊ່ອງທາງທີ່ດີທີ່ສຸດ, ຖ້າບໍ່ສອນສີມືການຜະລິດຊາໃຫ້ຊາວບ້ານ, ບ້ານຕົນຊິຮັ່ງມີຂຶ້ນໄດ້ແນວໃດ?

    ຄຽງຄູ່ກັບການເຜີຍແຜ່ສິດສອນສີມືຜະລິດຊາລ້ຽວປາວ, ຊາວບ້ານໄດ້ມີຄວາມຫ້າວຫັນຫຼາຍຂຶ້ນໃນການປູກຊາ ແລະ ຜະລິດຊາ, ທັງສາມາດເພີ່ມລາຍຮັບແລະ ສ້າງຄວາມຮັ່ງມີຂຶ້ນໄດ້. ຮອດປີ 2016, ບ້ານຊ່ານພິງໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງສຳເລັດຜົນ. ທ່ານນາງ ຈູ້ເສວ໋ລານ ຍັງບອກໃຫ້ວ່າ: “ປັດຈຸບັນ, ລາຍໄດ້ສະເລ່ຍຕໍ່ຫົວຄົນຂອງຊາວບ້ານທັງຫຼາຍໄດ້ເພີ່ມຂຶ້ນຈາກ 5 ພັນກວ່າຢວນໃນເມື່ອກ່ອນ ຮອດ 2 ໝື່ນ 1 ພັນກວ່າຢວນແລ້ວ. ແຕ່ກ່ອນ, ຊາວໜຸ່ມໃນບ້ານລ້ວນແຕ່ມັກໄປເຮັດວຽກຢູ່ຕ່າງຖິ່ນ, ແຕ່ປັດຈຸບັນ ລ້ວນແຕ່ຍິນດີປູກຊາ ແລະ ຜະລິດຊາຢູ່ກັບບ້ານ.”

    ທ່ານນາງ ຈູ້ເສວ໋ລານ ເວົ້າວ່າ: ປັດຈຸບັນ ຊາວບ້ານຊ່ານພີງຮັ່ງມີຂຶ້ນແລ້ວ, ອຸດສາຫະກຳພັດທະນາຂຶ້ນແລ້ວ, ຕໍ່ໄປຈະເຮັດໃຫ້ບ້ານຈະເລີນຂຶ້ນຕື່ມ. ຖ້າວ່າໃຫ້ວັດທະນະທຳຊາ, ວັດທະນະທຳເຜົ່າຢ້າວ ແລະ ຂະແໜງການທ່ອງທ່ຽວປະສານສົມທົມເຂົ້າກັນ, ໃຊ້ການທ່ອງທ່ຽວລະບົບນິເວດທີ່ມີເອກະລັກຂອງຊົນເຜົ່າ, ຊຸກຍູ້ການສ້າງຄວາມຈະເລີນຮຸ່ງເຮືອງຂອງຊົນນະບົດ ຈະເປັນທິດການພັດທະນາທີ່ດີ ສົມຄວນ. ບ້ານຊ່ານພິງພວກເຮົາກຳລັງວາງແຜນການໃໝ່ແຫ່ງການພັດທະນາການທ່ອງທ່ຽວວັດທະນະທຳຊາ.