ທ່ານ ສີຈິ້ນຜິງ ສົ່ງສານຢື້ຢາມຖາມຂ່າວໃຫ້ຜູ້ສຳເລັດຊາຊະການຂອງໝູ່ເກາະໂຊໂລເມີນຍ້ອນແຜ່ນດິນໄຫວທີ່ເກີດຂຶ້ນຢູ່ໂຊໂລມອນ

2022-11-26 11:23:30 cri

ວັນທີ 25 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຢື້ຢາມຖາມຂ່າວໃຫ້ທ່ານແຕວິດ ວູນາກີ ຜູ້ສຳເລັດຊາຊະການຂອງໝູ່ເກາະໂຊໂລມອນຍ້ອນໄພແຜ່ນດິນໄຫວທີ່ເກີດຂຶ້ນຢູ່ໂຊໂລມອນ.


ໃນສານຂອງທ່ານສີຈິ້ນຜິງ ລະບຸວ່າ: ຂ້າພະເຈົ້າຮູ້ສຶກຕື່ນຕົກໃຈທີ່ຮູ້ວ່າ ໝູ່ເກາະໂຊໂລມົນໄດ້ເກີດໄພແຜ່ນດິນໄຫວທີ່ຮຸນແຮງ, ຂ້າພະເຈົ້າຂໍຕາງໜ້າລັດຖະບານ ແລະ ປະຊາຊົນຈີນ ສະແດງຄວາມຢື້ຢາມຖາມຂ່າວອັນຈິງໃຈຕໍ່ລັດຖະບານແລະ ປະຊາຊົນໝູ່ເກາະໂຊໂລມອນ. ຈີນ ແລະ ໝູ່ເກາະໂຊໂລມອນເປັນເພື່ອນທີ່ດີ, ອ້າຍນ້ອງທີ່ດີ ແລະ ໝູ່ຄູ່ທີ່ດີທີ່ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ. ຈີນຍິນດີສະໜອງການສະໜັບສະໜູນສຸດຄວາມສາມາດຂອງຕົນໃຫ້ໂຊໂລມອນ ເພື່ອຊ່ວຍເຫຼືອປະຊາຊົນໝູ່ເກາະໂຊໂລມອນເອົາຊະນະໄພພິບັດ ແລະ ສ້າງບ້ານແປງເມືອງຄືນໃໝ່.