ເຫດ​ການ​ເດັ່ນ​ໃນປິ 2006: “ທາງລົດໄຟທີ່ໃກ້ກັບທ້ອງຟ້າທີ່ສຸດ” ເປີດບໍລິການສຸດສາຍ

2022-11-27 14:16:49 cri


    ການພັດທະນາບໍ່ສົມດຸນລະຫວ່າງເຂດແຄວ້ນຕ່າງໆ ແລະ ລະຫວ່າງ ຕົວເມືອງ ກັບ ຊົນນະບົດ ແມ່ນບັນຫາພົ້ນເດັ່ນ ທີ່ຈຳກັດການພັດທະນາເສດຖະກິດ -ສັງຄົມຂອງຈີນ. ຫຼັງຈາກທັດສະນະພັດທະນາຕາມຫຼັກວິທະຍາສາດ ຖືກສະເໜີ ອອກມາແລ້ວ, ສູນກາງພັກຄອມມູນິດຈີນ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດຕາມຄວາມ ຮຽກຮ້ອງຕ້ອງການຂອງທັດສະນະພັດທະນາຕາມຫຼັກວິທະຍາສາດ ໂດຍໄດ້ຈັດ ວາງນະໂຍບາຍອັນສຳຄັນຕ່າງໆ ເພື່ອພັດທະນາເຂດແຄວ້ນຕ່າງໆ ແລະຕົວເມືອງ ກັບ ຊົນນະບົດຢ່າງເປັນເອກະພາບກັນ.

     ຫຼັງຈາກເລີ່ມປະຕິບັດຍຸດທະສາດການພັດທະນາພາກຕາເວັນຕົກຄັ້ງໃຫຍ່ ໃນໄລຍະເຂົ້າສູ່ສະຕະວັດໃໝ່, ອີງຕາມທິດທາງສ້າງໂຄງການຈຸດໜັກກ່ອນ ແລະ ພັດທະນາລ່ວງໜ້າໃນລະດັບໃດໜຶ່ງຢ່າງເໝາະສົມ ທີ່ສະເໜີໂດຍສູນກາງພັກ, ຈີນໄດ້ເລີ່ມອອກແຮງເພີ່ມທະວີການສ້າງພື້ນຖານໂຄງລ່າງຢູ່ພາກຕາເວັນຕົກ ເຊິ່ງໄດ້ເຈາະຈົງປະຕິບັດໂຄງການທີ່ມີລັກສະນະຂີດໝາຍຕ່າງໆ ເຊັ່ນ ໂຄງການສົ່ງ ໄຟຟ້າຈາກພາກຕາເວັນຕົກໄປສູ່ພາກຕາເວັນອອກ, ໂຄງການສົ່ງອາຍແກັສທຳມະຊາດຈາກພາກຕາເວັນຕົກໄປສູ່ພາກຕາເວັນອອກ ແລະ ໂຄງການທາງ ລົດໄຟຊີ່ງໄຫ-ຕີເບດເປັນຕົ້ນ.



     ທາງລົດໄຟຊີ່ງໄຫ-ຕີເບດຖືກຂະໜານນາມວ່າ “ທາງລົດໄຟທີ່ໃກ້ກັບທ້ອງ ຟ້າທີ່ສຸດ”, ພາຍໃຕ້ເງື່ອນໄຂທຳມະຊາດທີ່ບໍ່ເອື້ອອໍານວຍທີ່ສຸດນັ້ນ, ພະນັກງານກຳມະກອນທັງຫຼາຍທີ່ເຂົ້າຮ່ວມການກໍ່ສ້າງ ໄດ້ຜ່ານຜ່າບັນຫາຫຍຸ້ງຍາກດ້ານໂຍທາທິການລະດັບໂລກ 3 ດ້ານ ຄື: ດິນນ້ຳກ້າມໝົດປີ, ຢູ່ໃນເຂດທີ່ທັງສູງທັງໜາວ ທັງມີອົກຊີເຈນໜ້ອຍ ແລະ ມີລະບົບນິເວດອ່ອນແອ, ຈົນສາມາດສ້າງທາງ ລົດໄຟເທິງພູພຽງທີ່ສູງຈາກລະດັບນ້ຳທະເລສູງທີ່ສຸດ ແລະ ມີໄລຍະທາງຍາວ ທີ່ສຸດໃນໂລກໃຫ້ສຳເລັດ ເຊິ່ງເປັນການສ້າງສິ່ງມະຫັດສະຈັນ ໃນປະຫວັດສາດ ການສ້າງທາງລົດໄຟຂອງມວນມະນຸດ.

     ທາງລົດໄຟຊີ່ງໄຫ-ຕີເບດ ແມ່ນທາງລົດໄຟສາຍໜຶ່ງທີ່ຕິດຕໍ່ນະຄອນຊີ່ນີງ ເມືອງເອກແຂວງຊີ່ງໄຫ ກັບ ນະຄອນລາຊາ ເມືອງເອກເຂດປົກຄອງຕົນເອງຕີເບດ, ແມ່ນໜຶ່ງໃນ 4 ໂຄງການໃຫຍ່ຂອງຈີນໃນສະຕະວັດໃໝ່, ແມ່ນທາງລົດໄຟ ສາຍທຳອິດທີ່ເຂົ້າເຖິງບ່ອນເລິກຂອງເຂດຕີເບັດ.

     ວັນທີ 1 ກໍລະກົດ 2006, ທາງລົດໄຟຊີ່ງໄຫ-ຕີເບດທີ່ມີຄວາມຍາວ 1.956 ກິໂລແມັດໄດ້ເລີ່ມເປີດບໍລິການສຸດສາຍ ເຊິ່ງໄດ້ເຮັດໃຫ້ປະຫວັດສາດທີ່ບໍ່ມີທາງ ລົດໄຟຂອງເຂດຕີເບດນັ້ນສິ້ນສຸດລົງ,  ໄດ້ຊຸກຍູ້ການພັດທະນາແບບກ້າວກະ ໂດດຂັ້ນຢ່າງແຂງແຮງຂອງພູພຽງຫິມະ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນເຜົ່າຕ່າງໆໄດ້ຮັບການປັບປຸງໃຫ້ດີຂຶ້ນ, ກາຍເປັນ “ທໍ່ສົ່ງອົກຊີ” ໃຫ້ກັບການພັດທະນາເສດຖະກິດ-ສັງຄົມຂອງເຂດຕີເບດ.



     ການລົງເລິກປະຕິບັດຍຸດທະສາດການພັດທະນາພາກຕາເວັນຕົກຄັ້ງໃຫຍ່ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມພາກຕາເວັນຕົກຂອງຈີນ ເກີດມີໂສມໜ້າໃໝ່ຢ່າງບໍ່ຢຸດຢັ້ງ.

     ໃນຂະນະທີ່ລົງເລິກປະຕິບັດຍຸດທະສາດການພັດທະນາພາກຕາເວັນຕົກ ຄັ້ງໃຫຍ່, ສູນກາງພັກຄອມມູນິດຈີນ ຍັງໄດ້ເລັງສາຍຕາໃສ່ການພັດທະນາເຂດ ແຄວ້ນຕ່າງໆຢ່າງກົມກຽວກັນ ໂດຍໄດ້ຈັດວາງນະໂຍບາຍອັນສຳຄັນຕ່າງໆ ເຊັ່ນ: ສ້າງແຫຼ່ງອຸດສາຫະກຳເກົ່າທີ່ພາກຕາເວັນອອກສຽງເໜືອໃຫ້ຈະເລີນຂຶ້ນ, ຊຸກຍູ້ ເຂດພາກກາງໃຫ້ພັດທະນາຂຶ້ນ ແລະອື່ນໆ, ເຊິ່ງໄດ້ກໍ່ຕົວເປັນຍຸດທະສາດລວມ ຂອງການພັດທະນາເຂດແຄວ້ນ ທັງໄດ້ເຮັດໃຫ້ສົມບູນຍິ່ງຂຶ້ນ.

     ການວາງແຜນການພັດທະນາຕົວເມືອງ ແລະ ຊົນນະບົດໃຫ້ພັດທະນາຢ່າງເປັນເອກະພາບກັນ ແມ່ນໜ້າທີ່ສຳຄັນອີກອັນໜຶ່ງ ເພື່ອຊຸກຍູ້ການພັດທະນາຕາມ ຫຼັກວິທະຍາສາດ ແລະ ຊຸກຍູ້ຄວາມສາມັກຄີປອງດອງກັນຂອງສັງຄົມ. ພັກ ແລະ ລັດຖະບານຈີນ ໄດ້ໃຊ້ມາດຕະການສຳຄັນຕ່າງໆ ເພື່ອຫຼຸດຜ່ອນພາລະຂອງຊາວ ກະສິກອນໃຫ້ເບົາບາງລົງຢ່າງແທ້ຈິງ.

    ວັນທີ 29 ທັນວາປີ 2005, ກອງປະຊຸມຄັ້ງທີ 19 ຂອງຄະນະກຳມະການປະຈຳສະພາປະຊາຊົນສະໄໝທີ 10 ຕົກລົງວ່າ: ຈະຍົກເລີກ “ກົດລະບຽບວ່າດ້ວຍອາກອນກະສິກຳຂອງສາທາລະນະລັດປະຊາຊົນຈີນ” ນັບແຕ່ວັນທີ 1 ມັງກອນປີ 2006 ເປັນຕົ້ນໄປ.

    ຫຼັງຈາກນັ້ນມາ, ລັດຖະບານຈີນກໍບໍ່ໄດ້ເກັບອາກອນກະສິກຳອີກ, ອາກອນ ເກົ່າແກ່ທີ່ມີປະຫວັດສາດມາໄດ້ 2.600 ປີຢູ່ປະເທດຈີນນັ້ນກໍໄດ້ສິ້ນສຸດລົງ.

    ຄ່າທຳນຽມຕ່າງໆຂອງທ້ອງຖິ່ນ ທີ່ຕິດກັບອາກອນກະສິກຳນັ້ນ ກໍໄດ້ຖືກ ຍົກເລີກໃນເວລາດຽວກັນ. ການຍົກເລີກອາກອນກະສິກຳ ແລະ ຄ່າທຳນຽມຕ່າງໆ ໄດ້ປ່ຽນແປງສະພາບຂອງຊາວກະສິກອນທີ່ມີພາລະໜັກເກີນໄປ ແລະໄດ້ສ້າງ ຜົນປະໂຫຍດອັນແທ້ຈິງໃຫ້ແກ່ຊາວກະສິກອນຈຳນວນຫຼາຍຮ້ອຍລ້ານຄົນ.