ປະທານາທິບໍດີເບລາຣຸດຊີກ່າວວ່າ: ອາເມຣິກາບໍ່ອະນຸຍາດໃຫ້ອູແກຣນເຈລະຈາກັບຣັດເຊຍ

2022-11-28 15:21:13 cri

    ສື່ມວນຊົນຣັດເຊຍລາຍງານໃນວັນທີ 27 ພະຈິກ 2022 ວ່າ: ຫວ່າງມໍ່ໆມານີ້ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວ, ທ່ານລູກາເຊັນໂກ ປະທານາທິບໍດີເບລາຣຸດຊີກ່າວວ່າ: ອາເມຣິກາບໍ່ອະນຸມັດໃຫ້ຜູ້ນຳອູແກຣນ ກັບຄືນສູ່ໂຕະເຈລະຈາກັບຜູ້ນຳຣັດເຊຍ. ທ່ານລູກາເຊັນໂກ ກ່າວຕື່ມວ່າ: ທ່ານໂວໂລດີເມຍ ເຊເລັນສກີ ປະທານາທິບໍດີອູແກຣນໄດ້ລະເມີດຫຼັກການພື້ນຖານດ້ານການເຈລະຈາ ໃນການເຈລະຈາກັນເມືອກ່ອນ, ເງື່ອນໄຂທີ່ທ່ານສະເໜີນັ້ນແມ່ນບໍ່ເປັນທີ່ຮັບເອົາໄດ້, ຍິ່ງໄປກວ່ານັ້ນ, ທ່ານໄດ້ປະຕິເສດການຜ່ອນສັ້ນຜ່ອນຍາວຢ່າງເດັດຂາດ.