ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກມີຫຼາຍກວ່າ 637 ລ້ານກໍລະນີ

2022-11-29 10:55:29 cri


ອີງຕາມຕົວເລກສະຖິຕິຫຼ້າສຸດຈາກເວັບໄຊອົງການອະນາໄມໂລກຫຼື WHO ສະແດງໃຫ້ເຫັນວ່າ: ນັບມາຮອດເວລາ 23 ໂມງ 54 ນາທີຂອງວັນທີ 29 ພະຈິກ 2022 ຕາມເວລາວຽງຈັນ, ຈຳນວນຜູ້ຖືກບົ່ງມະຕິ ຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກມີເຖິງ 637.404.847 ກໍລະນີ, ຈຳນວນຜູ້ເສຍຊີວິດ ຍ້ອນຕິດເຊື້ອພະຍາດໂຄວິດ-19 ລວມມີ 6.608.893 ຄົນ. ວັນທີ 28 ພະຈິກນີ້, ຈຳນວນຜູ້ຖືກ ບົ່ງມະຕິ ຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກໄດ້ເພີ່ມໃໝ່ 64.602 ກໍລະນີ, ຈຳນວນຜູ້ເສຍຊີວິດຍ້ອນຕິດເຊື້ອພະຍາດໂຄວິດ-19 ໄດ້ເພີ່ມໃໝ່ 325 ກໍລະນີ.