ທະນາຄານກາງເອີຣົບຈະສືບຕໍ່ເພີ່ມອັດຕາດອກເບ້ຍ

2022-11-29 16:07:40 cri

ວັນທີ 28 ພະຈິກນີ້, ທ່ານນາງຄຣິສຕິນ ລາກາດ ຜູ້ວ່າການທະນາຄານກາງເອີຣົບໄດ້ກ່າວໃນກອງປະຊຸມຮັບຟັງຄຳໃຫ້ການກ່ຽວກັບນະໂຍບາຍເງິນຕາຂອງສະພາເອີິຣົບວ່າ: ຄາດວ່າທະນາຄານກາງເອີຣົບຈະຕົກລົງເພີ່ມອັດຕາດອກເບ້ຍໃນກອງປະຊຸມນະໂຍບາຍເງິນຕາທີ່ຈະຈັດຂຶ້ນໃນເດືອນທັນວາໜ້ານີ້.

ພ້ອມກັນນັ້ນ, ທ່ານນາງລາກາດ ໄດ້ຮຽກຮ້ອງໃຫ້ຄະນະກຳມາທິການສະຫະພາບເອີຣົບ ແລະສະມາຊິກສະຫະພາບເອີຣົບ ຈົ່ງປະຕິບັດນະໂຍບາຍການເງິນແບບຍືນຍົງ, ຊຸກຍູ້ໃຫ້ເສດຖະກິດຂອງສະຫະພາບເອີຣົບຫັນປ່ຽນຮູບແບບໃຫ້ເປັນແບບຍືນຍົງ ແລະແບບດີຈີຕອນ, ຮັບປະກັນຄວາມໝັ້ນຄົງຂອງເສດຖະກິດສະຫະພາບເອີຣົບ.

ທ່ານນາງລາກາດກ່າວຕື່ມວ່າ: ຕາມການຄາດຄະເນຂອງທະນາຄານກາງເອີຣົບ, ຈັງຫວະການເຕີບໂຕຂອງເສດຖະກິດເຂດໃຊ້ເງິນເອີໂຣໃນໄຕມາດທີ 3 ປີ 2022 ນີ້ໄດ້ເພີ່ມຂຶ້ນ 0,2%. ກ່ອນໜ້ານີ້, ບົດລາຍງານການສຳຫຼວດທີ່ເປີດເຜີຍໂດຍທະນາຄານກາງເອີຣົບຄາດຄະເນວ່າ: ເສດຖະກິດຂອງເຂດໃຊ້ເງິນເອີໂຣໃນໄຕມາດທີ 3 ແລະໄຕມາດທີ 4 ປີ 2022 ນີ້ ຈະຕົກຢູ່ໃນສະພາບທີ່ຊຸດໂຊມລົງ.