ຖະແຫຼງການຄະນະກໍາມະການຮັບຜິດຊອບງານຊາປະນະກິດສົບສະຫາຍຈ່ຽງເຈີໝິນ

2022-11-30 17:57:27 cri

ຖະແຫຼງການຄະນະກໍາມະການຮັບຜິດຊອບງານຊາປະນະກິດສົບສະຫາຍຈ່ຽງເຈີໝິນ

(ໝາຍເລກໜຶ່ງ)

ເພື່ອສະແດງຄວາມເຄົາລົບນັບຖືອັນສູງສົ່ງ ແລະຄວາມໄວ້ອາໄລຢ່າງສຸດຊຶ້ງຂອງທົ່ວພັກ ທົ່ວກອງທັບ ແລະປະຊາຊົນບັນດາເຜົ່າທົ່ວປະເທດ, ຈຶ່ງໄດ້ຕົກລົງວ່າ:

(ໜຶ່ງ)ນັບແຕ່ມື້ແຈ້ງຂ່າວມໍລະນະກຳເຖິງທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດຈີນ ຈົນຮອດມື້ຈັດພິທີໄວ້ອາໄລສະຫາຍຈ່ຽງເຈີໝິນ, ຢູ່ສະໜາມທ່ຽນອ່ານເໝີນ, ຊິ່ນຮວາເໝີນ, ຫໍສະພາປະຊາຊົນແຫ່ງຊາດ, ກະຊວງການຕ່າງປະເທດຈີນ, ຫ້ອງການພົວພັນຂອງລັດຖະບານປະຈໍາເຂດພິເສດຮົງກົງ, ຫ້ອງການພົວພັນຂອງລັດຖະບານປະຈໍາເຂດພິເສດມາກາວ ແລະສະຖານທູດຈີນປະຈໍາຕ່າງປະເທດ ຈະຊັກທຸງຊາດລົງເຄິ່ງເສົາ. ໃນໄລຍະດັ່ງກ່າວ, ຢູ່ຫ້ອງການພົວພັນຂອງລັດຖະບານປະຈໍາເຂດພິເສດຮົງກົງ, ຫ້ອງການພົວພັນຂອງລັດຖະບານປະຈໍາເຂດພິເສດມາກາວ ແລະສະຖານທູດຈີນປະຈໍາຕ່າງປະເທດ ຈະຈັດເຂດໄວ້ອາໄລ ເພື່ອຕ້ອນຮັບການເຂົ້າໄວ້ອາໄລຂອງບຸກຄົນຕ່າງໆຢູ່ເຂດພິເສດຮົງກົງ, ເຂດພິເສດມາກາວ ແລະຕ່າງປະເທດ.

(ສອງ)ຕາມປະເພນີຂອງຈີນ, ຈະບໍ່ເຊື້ອເຊີນລັດຖະບານ, ພັກການເມືອງ ແລະບຸກຄົນເປັນມິດກັບຈີນຂອງ ຕ່າງປະເທດແຕ່ງຕັ້ງຄະນະຜູ້ແທນ ຫຼືຜູ້ແທນມາເຂົ້າຮ່ວມພິທີໄວ້ອາໄລ.

                                                                                                                                                       ຄະນະກໍາມະການຮັບຜິດຊອບຊາປະນະກິດສົບສະຫາຍຈ່ຽງເຈີໝິນ

                                                                                                                                                                             ວັນທີ 30 ພະຈິກ 2022