ປະເທດຈີນໃນສາຍຕາຂອງທ່ານທອງລຸນ ສີສຸລິດ

2022-11-30 14:00:05 cri

 


 

ລະຫວ່່າງວັນທີ 29 ພະຈິກຫາວັນທີ 1 ທັນວາ2022, ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວໄດ້ດຳເນີນການຢ້ຽມຢາມຈີນທາງລັດຖະກິດຕາມການເຊື້ອເຊີນ. ທ່ານທອງລຸນ ສີສຸລິດເຄີຍເດີນທາງໄປຢ້ຽມຢາມຈີນຫຼາຍເທື່ອ, ເທື່ອທຳອິດແມ່ນເມື່ອປີ 1970, ເວລານັ້ນທ່ານຍັງແມ່ນຜູ້ບ່າວທີ່ມີອາຍຸ 20 ກວ່າປີ.

 

ໃນໄລຍະສົງຄາມຫວຽດນາມເມື່ອຊຸມປີ 60-70 ຂອງສະຕະວັດແລ້ວນີ້, ອາເມຣິກາໄດ້ກໍ່ “ສົງຄາມລັບ”ຕໍ່ລາວ, ໄດ້ຖິ້ມລະເບີດໃສ່ລາວຫຼາຍເຖິງ 2.000.000 ໂຕນ. ເພື່ອສະໜັບສະໜູນລາວທີ່ຕົກຢູ່ໃນຂຸມສົງຄາມ, ຈີນໄດ້ຊ່ວຍເຫຼືອລ້າເພື່ອສ້າງໂຮງຮຽນມິດຕະພາບຈີນ-ລາວຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີທີ່ຕັ້ງຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນ.

 



ໃນປາງສົງຄາມ, ໃນຖານະເປັນສະມາຊິກຜູ້ໜຶ່ງຂອງແນວລາວຮັກຊາດ, ທ່ານທອງລຸນ ສີສຸລິດທີ່ເປັນໄວໜຸ່ມໄດ້ສົ່ງເດັກນ້ອຍລາວຈຳນວນຫຼາຍໄປຮຽນຢູ່ຈີນ, ສາຍແນນລະຫວ່າງທ່ານກັບປະເທດຈີນກໍ່ໄດ້ເລີ່ມຕົ້ນຕັ້ງແຕ່ນັ້ນມາ. “ຂ້າພະເຈົ້າໄປຈີນຄັ້ງທຳອິດແມ່ນໄປໜານໜິງ(ເຂດກວາງຊີ), ສົ່ງນັກຮຽນລາວໄປຮຽນຢູ່ໂຮງຮຽນມິດຕະພາບລາວ-ຈີນ. ພາຍຫຼັງປີ 1970 ຂ້າພະເຈົ້າໄດ້ໄປຈີນຫຼາຍເທື່ອ, ປະເທດຈີນປ່ຽນຄືໜ້າມືເປັນຫຼັ້ງມືເລີຍ. ເວລານັ້ນ, ນັກຮຽນລາວທີ່ພວກຂ້າພະເຈົ້າສົ່ງໄປຮຽນຢູ່ຈີນມີ 500 ກວ່າຄົນ.”

 

ເຄິ່ງສະຕະວັດໄດ້ຜ່ານພົ້ນໄປ,ເດັກນ້ອຍທີ່ເຕີບໃຫຍ່ຢູ່ຈີນໃນຄາວນັ້ນໄດ້ກາຍເປັນກຳລັງຫຼັກແຫຼ່ງໃນຂົງເຂດຕ່າງໆແລະຂະແໜງການຕ່າງໆຂອງລາວ, ສ່ວນປະເທດຈີນກໍ່ໄດ້ພັດທະນາແລະປ່ຽນໂສມໜ້າໃໝ່. ໃນຖານະເປັນສັກຂີພິຍານຂອງທັງໝົດເຫຼົ່ານີ້, ທ່ານທອງລຸນສີສຸລິດເວົ້າວ່າ: ພາບປະທັບໃຈທີ່ເລິກເຊິ່ງທີ່ສຸດແມ່ນປະເທດຈີນມີການປ່ຽນແປງຢ່າງໃຫຍ່ໂຕມະໂຫຖານ. ອັນທີໜຶ່ງ,ການພັດທະນາທາງດ້ານເສດຖະກິດມີຄວາມໜັກແໜ້ນ, ອັນທີສອງການພັດທະນາທາງດ້ານຄວາມໝັ້ນຄົງຂອງປະເທດ, ອັນທີສາມ,ການມີບົດບາດຂອງຈີນຕໍ່ສາກົນ ຕໍ່ບັນດາປະເທດກຳລັງພັດທະນາ,  ດຽວນີ້ຈີນເປັນເສົາຄ້ຳໜຶ່ງທີ່ສຳຄັນໃຫ້ແກ່ສັນຕິພາບແລະຄວາມໝັ້ນຄົງຂອງໂລກ.

 

ທ່ານທອງລຸນ ສີສຸລິດເວົ້າວ່າ: ລາວແລະຈີນລ້ວນແຕ່ເປັນປະເທດກຳລັງພັດທະນາ, ສອງປະເທດລາວຈີນຈະຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ພັດທະນາຮອບດ້ານ, ເພີ່ມທະວີການຮ່ວມມືທາງດ້ານຄວາມໝັ້ນຄົງ, ເສດຖະກິດ,ການລົງທຶນແລະການຄ້າລະຫວ່າງສອງຊາດ, ເພີ່ມທະວີການຮ່ວມມືທາງດ້ານການພັດທະນາຊັບພະຍາກອນມະນຸດ, ຮ່ວມແຮງຮ່ວມໃຈກັນມຸ່ງໜ້າສູ່ການສ້າງໂລກໃຫ້ມີຫຼາຍຂົ້ວແລະໄປສູ່ໂລກາພິວັດ, ຮ່ວມມືກັນຊ່ວຍເຫຼືອເຊິ່ງກັນແລະກັນ ສ້າງໂລກໃຫ້ເປັນໂລກທີ່ໜ້າຢູ່ກວ່າເກົ່າ.