ເຄື່ອງສົ່ງໄປສະນີດ່ວນຂອງຈີນໃນປີ 2022 ມີຫຼາຍກວ່າ 100 ຕື້ອັນ

2022-12-01 13:11:17 cri

ອີງຕາມຕົວເລກຂໍ້ມູນຕິດຕາມທຸກເວລາຂອງອົງການໄປສະນີແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ເວລາ 8 ໂມງ 10 ນາທີຂອງຕອນເຊົ້າວັນທີ 1 ທັນວານີ້, ເຄື່ອງສົ່ງໄປສະນີດ່ວນອັນທີ 100 ຕື້ຂອງຈີນໄດ້ສົ່ງອອກຢ່າງເປັນທາງການ.


ທ່ານຫຼິນຫູ ຮອງຫົວໜ້າກົມຕິດຕາມຄຸ້ມຄອງຕະຫຼາດຂອງອົງການໄປສະນີແຫ່ງຊາດຈີນກ່າວວ່າ: ທຸລະກິດສົ່ງໄປສະນີດ່ວນໃນປີ 2022 ໄດ້ບັນລຸ 100 ຕື້ອັນກ່ອນ 7 ວັນ ເມື່ອທຽບໃສ່ປີ 2021 ເຊິ່ງສະແດງໃຫ້ເຫັນວ່າ: ການພັດທະນາຂອງຂະແໜງການໄປສະນີດ່ວນມີຄວາມໜຽວແໜ້ນຫຼາຍ.


ທ່ານຫຼິນຫູກ່າວຕື່ມວ່າ: ການເລັ່ງສ້າງລະບົບຮັບ-ສົ່ງໄປສະນີຢູ່ຊົນນະບົດ ແມ່ນໜ້າທີ່ສຳຄັນຂອງຂະແໜງການໄປສະນີດ່ວນໃນໄລຍະ “ແຜນການ 5 ປີຄັ້ງທີ 14” ຂອງຈີນ. ໃນໄລຍະຕໍ່ໜ້າ, ອົງການໄປສະນີແຫ່ງຊາດຈີນຈະສຸມໃສ່ການຈັດສົ່ງໄປສະນີປາຍທາງຢູ່ຊົນນະບົດ, ຊຸກຍູ້ໃຫ້ໄປສະນີ, ການສົ່ງດ່ວນ ແລະ ການຄົມມະນາຄົມຂອງຊົນນະບົດລົງເລິກການຮ່ວມມືກັນ, ຮ່ວມກັນສ້າງສູນຮັບ-ສົ່ງໄປສະນີສາທາລະນະຊົນນະບົດ.