ອັດຕາເງິນເຟີ້ໃນເດືອນພະຈິກຜ່ານມາຂອງເຂດໃຊ້ເງິນເອີໂຣສູງເຖິງ 10%

2022-12-01 13:10:11 cri

ອີງຕາມຕົວເລກຂໍ້ມູນສະຖິຕິເບື້ອງຕົ້ນ ທີ່ອົງການສະຖິຕິສະຫະພາບເອີຣົບເປີດເຜີຍໃນວັນທີ 30 ພະຈິກຜ່ານມານີ້ສະແດງໃຫ້ເຫັນວ່າ: ຖ້າຄິດໄລ່ຕາມອັດຕາໃນໝົດປີ, ອັດຕາເງິນເຟີ້ໃນເດືອນພະຈິກຜ່ານມາຂອງເຂດໃຊ້ເງິນເອີໂຣແມ່ນສູງເຖິງ 10%, ໄດ້ຫຼຸດລົງໜ້ອຍໜຶ່ງເມື່ອທຽບໃສ່ເດືອນຕຸລາປີນີ້.


ນັກວິເຄາະເຫັນວ່າ: ອັດຕາເງິນເຟີ້ໃນເດືອນພະຈິກຂອງເຂດໃຊ້ເງິນເອີໂຣໄດ້ຫຼຸດລົງໜ້ອຍໜຶ່ງ, ແຕ່ຍັງຫ່າງໄກຈາກເປົ້າໝາຍຄວບຄຸມລະດັບໄພເງິນເຟີ້ສູງ ຫຼື ເຮັດໃຫ້ລາຄາສິນຄ້າມີຄວາມໝັ້ນທ່ຽງ ແລະ ບໍ່ສາມາດຮັບປະກັນໃຫ້ອັດຕາເງິນເຟີ້ຈະບໍ່ເພີ່ມສູງຂຶ້ນອີກ.


ທ່ານເບນ ກລາຣຽນ ນັກເສດຖະສາດຂັ້ນສູງຂອງເຂດໃຊ້ເງິນເອີໂຣຂອງກຸ່ມສາກົນໂຮນລັງກ່າວວ່າ: ປັດຈຸບັນນີ້, ອັດຕາເງິນເຟີ້ຂອງເຂດໃຊ້ເງິນເອີໂຣຍັງສູງເກີນໄປ, ແຕ່ຈະເພີ່ມຂຶ້ນຮອດລະດັບສູງສຸດແລ້ວຫຼືບໍ່ ຍັງຕ້ອງສັງເກດຕໍ່ໄປ.


ນັບແຕ່ຕົ້ນປີມານີ້, ທະນາຄານກາງເອີຣົບໄດ້ຂຶ້ນອັດຕາດອກເບ້ຍພື້ນຖານ 200 ຈຸດແລ້ວ. ຫວ່າງມໍ່ໆມານີ້, ທ່ານນາງຄຣິສຕິນ ລາກາດ ຜູ້ວ່າການທະນາຄານກາງເອີຣົບກ່າວວ່າ: ຍັງບໍ່ທັນເຫັນອັດຕາເງິນເຟີ້ໄດ້ເພີ່ມຂຶ້ນຮອດລະດັບສູງສຸດ ແລະ ປາກົດມີທ່ວງທ່າຫຼຸດລົງໃນໄລຍະສັ້ນເທື່ອ.