ອົງການອະນາໄມໂລກ:ຍັງບໍ່ທັນຮອດເວລາປະກາດໄລຍະສຸກເສີນຂອງການ ແພ່ລະບາດຢ່າງຂະໜາດໃຫຍ່ຂອງພະຍາດໂຄວິດ-19 ໄດ້ສິ້ນສຸດລົງ

2022-12-04 16:07:30 cri

ອົງການອະນາໄມໂລກໄດ້ກ່າວໃນວັນທີ 2 ທັນວານີ້ວ່າ:ພະຍາດໂຄວິດ-19 ສາຍພັນໂອມິຄຣອນຍັງແພ່ລະບາດຢ່າງກວ້າງ ຂວາງຢູ່ໃນທົ່ວໂລກ,ປັດຈຸບັນຍັງບໍ່ທັນຮອດເວລາປະກາດໄລຍະສຸກເສີນຂອງການແພ່ລະບາດຢ່າງຂະໜາດໃຫຍ່ຂອງພະຍາດໂຄວິດ-19 ໄດ້ສິ້ນສຸດລົງ.


ອົງການອະນາໄມໂລກຄາດຄະເນວ່າ: ເນື່ອງຈາກເຄີຍຕິດເຊື້ອຫຼືສັກວັກຊີນ, ປັດຈຸບັນ, ຢູ່ໃນໂລກມີປະຊາກອນຢ່າງໜ້ອຍ 90% ມີພູມຕ້ານທານໃນລະດັບໃດໜຶ່ງຕໍ່ເຊື້ອພະຍາດໂຄວິດ-19. ທ່ານເທໂດຣສ ອາດານອມ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 2 ທັນວານີ້ວ່າ: “ປັດຈຸບັນ, ພວກເຮົາຫ່າງຈາກໄລຍະເລວາທີ່ສາມາດປະກາດສິ້ນສຸດໄລຍະສຸກເສີນຂອງການແພ່ລະບາດຢ່າງຂະໜາດໃຫຍ່ຂອງພະຍາດໂຄວິດ-19ນັ້ນແຮ່ງໃກ້ເຂົ້າແລ້ວ, ແຕ່ພວກເຮົາຍັງບໍ່ທັນຮອດບາດກ້າວນັ້ນເທື່ອ. ການຕິດຕາມ ກວດກາແລະວັດແທກໝວດຂອງເຊື້ອພະຍາດແລະດ້ານການສັກວັກຊີນ ຍັງມີຈຸດອ່ອນ.  ”


ທ່ານໄມເຄິນ ຣີອັນ ຫົວໜ້າບໍລິຫານງານໂຄງການສຸກເສີນຂອງອົງການອະນາໄມໂລກກ່າວວ່າ: ເຊື້ອພະຍາດສາຍພັນໂອມີຄຣອນມີຄວາມສາມາດແພ່ລະບາດຢ່າງຮ້າຍແຮງຫຼາຍ, ປະເທດຕ່າງໆລ້ວນແຕ່ຕ້ອງອີງຕາມການປະເມີນຄວາມສ່ຽງແລະເຄື່ອງມືປ້ອງ ກັນພະຍາດທີ່ຕົນມີຢູ່ເພື່ອຮັບມືກັບການແພ່ລະບາດຂອງພະຍາດ.