ການຈໍາກັດລາຄານໍ້າມັນຕໍ່ຣັດເຊຍຂອງປະເທດຕາເວັນຕົກເລີ່ມມີຜົນບັງຄັບໃຊ້ນັບແຕ່ມື້ນີ້ເປັນຕົ້ນໄປ

2022-12-05 11:36:50 CRI

 

    ເລີ່ມແຕ່ວັນທີ 5 ທັນວານີ້ເປັນຕົ້ນໄປ, ການຈໍາກັດລາຄານໍ້າມັນດິບທີ່ສົ່ງອອກຂອງຣັດເຊຍຜ່ານການຂົນສົ່ງທາງທະເລທີ່ກຳນົດອອກໂດຍສະຫະພາບເອີຣົບນັ້ນ ໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການ. ພ້ອມດຽວກັນນີ້, ກຸ່ມ 7 ປະເທດ ແລະອົສຕຣາລີກໍຈະເລີ່ມປະຕິບັດການຈໍາກັດລາຄານໍ້າມັນດິບທີ່ສົ່ງອອກຂອງຣັດເຊຍຜ່ານການຂົນສົ່ງທາງທະເລເຊັ່ນດຽວກັນ.


    ວັນທີ 2 ທັນວານີ້, ກຸ່ມ 7 ປະເທດ ແລະອົສຕຣາລີໄດ້ປະກາດຈໍາກັດລາຄາສູງສຸດຂອງນໍ້າມັນດິບທີ່ສົ່ງອອກຂອງຣັດເຊຍຜ່ານການຂົນສົ່ງທາງທະເລໃຫ້ຢູ່ໃນລະດັບ 60 ໂດລາສະຫະລັດຕໍ່ບາເຣວ. ໃນມື້ດຽວກັນ, ບັນດາປະເທດສະມາຊິກສະຫະພາບເອີຣົບໄດ້ບັນລຸສັນຍາກ່ຽວກັບການຈໍາກັດລາຄາສູງສຸດຂອງນໍ້າມັນດິບທີ່ສົ່ງອອກຂອງຣັດເຊຍຜ່ານການຂົນສົ່ງທາງທະເລໃຫ້ຢູ່ໃນລະດັບ 60 ໂດລາສະຫະລັດຕໍ່ບາເຣວ, ພ້ອມກັບກົນໄກປັບປຸງໃຫ້ປັບຫຼຸດລາຄາສູງສຸດຢູ່ລະດັບຕໍ່າກວ່າ 5% ຂອງລາຄາຕະຫຼາດຕື່ມອີກ. ຈາກນັ້ນ, ສະຫະພາບເອີຣົບໄດ້ຮັບຮອງຜ່ານສັນຍາສະບັບດັ່ງກ່າວຕາມຂັ້ນຕອນເປັນລາຍລັກອັກສອນ.


    ມາດຕະການຈໍາກັດລາຄາດັ່ງກ່າວຈະປ່ຽນແທນມາດຕະການເກືອດຫ້າມການຂົນສົ່ງນໍ້າມັນດິບທີ່ສົ່ງອອກຂອງຣັດເຊຍທີ່ສະຫະພາບເອີຣົບວາງອອກໃນເດືອນພຶດສະພາປີ 2022 ເຊິ່ງໄດ້ກໍານົດເກືອດຫ້າມການນໍາເຂົ້ານໍ້າມັນດິບຈາກຣັດເຊຍເລີ່ມແຕ່ວັນທີ 5 ທັນວາ 2022 ເປັນຕົ້ນໄປ ແລະເກືອດຫ້າມການນໍາເຂົ້າຜະລິດຕະພັນນໍ້າມັນເຊື້ອໄຟຈາກຣັດເຊຍເລີ່ມແຕ່ເດືອນກຸມພາປີ 2023 ເປັນຕົ້ນໄປ. ຕໍ່ກັບການກະທໍາດັ່ງກ່າວຂອງປະເທດຕາເວັນຕົກ, ຣັດເຊຍເຄີຍແຈ້ງເຕືອນໃນກ່ອນໜ້ານີ້ແລ້ວວ່າ: ຈະບໍ່ສະໜອງນໍ້າມັນເຊື້ອໄຟ ກໍຄືຜະລິດຕະພັນນໍ້າມັນເຊື້ອໄຟໃຫ້ແກ່ປະເທດທີ່ຈໍາກັດລາຄາຕໍ່ນໍ້າມັນເຊື້ອໄຟຂອງຣັດເຊຍ.