ຍານອະວະກາດເສິນໂຈ່ວ-14 ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການບິນອະວະກາດບັນທຸກຄົນຢ່າງຈົບງາມ

2022-12-05 11:42:47 CRI


ຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນແຈ້ງໃຫ້ຮູ້ວ່າ: ເວລາ 20 ໂມງ 9 ນາທີຂອງວັນທີ 4 ທັນວາ 2022 ຕາມເວລາປັກກິ່ງ, ແຄັບຊູນກັບຄືນຂອງຍານອະວະກາດບັນທຸກຄົນເສີນໂຈ່ວ-14 ໄດ້ປະສົບຜົນສຳເລັດໃນການລົງຈອດຢູ່ສະໜາມລົງຈອດຕົ່ງເຟີງ, ພະນັກງານການແພດໄດ້ຢືນຢັນວ່າ: ນັກບິນອະວະກາດມີສະພາບຮ່າງກາຍແຂງແຮງດີ, ຍານອະວະກາດເສີນໂຈ່ວ-14 ໄດ້ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການບິນອະວະກາດຢ່າງຈົບງາມ.



ຍານອະວະກາດບັນທຸກຄົນເສີນໂຈ່ວ-14 ໄດ້ຖືກສົ່ງຂຶ້ນສູ່ອະວະກາດຢູ່ສູນຍິງສົ່ງດາວທຽມຈີວສວນເມື່ອວັນທີ 5 ມິຖຸນາ 2022, ຫຼັກຈາກນັ້ນໄດ້ເຊື່ອມຕໍ່ເຂົ້າກັບໂມດູນທຽນເຫີ.ນັກບິນອະວະກາດ 3 ຄົນໄດ້ປະຈຳການຢູ່ຕາມວົງໂຄຈອນເປັນເວລາ 6 ເດືອນ, ໄລຍະນີ້ໄດ້ເຄື່ອນໄຫວຢູ່ນອກໂມດູນ 3 ເທື່ອ,ໄດ້ສຳເລັດການຕິດຕັ້ງແລະທົດລອງອຸປະກອນທັງໃນແລະນອກໂມດູນຂອງສະຖານີອະວະກາດພ້ອມດ້ວຍອຸປະກອນທີ່ກ່ຽວຂ້ອງກັບໜ້າທີ່ປະຍຸກທາງອະວະກາດ, ໄດ້ດຳເນີນການທົດລອງທາງດ້ານວິທະຍາສາດອະວະກາດແລະການທົດລອງທາງດ້ານເຕັກນິກ,ໄດ້ສົມທົບກັບທາງພາກພື້ນດິນໂດຍໄດ້ປະສົບຜົນສຳເລັດໃນການຕິດຕັ້ງສະຖານີອະວະກາດຈີນຮູບໂຕ T, ໄດ້ສຳເລັດການມອບຮັບໜ້າທີ່ຕາມວົງໂຄຈອນເປັນຄັ້ງທຳອິດກັບນັກບິນອະວະກາດຂອງຍານອະວະກາກເສີນໂຈ່ວ-15, ໄດ້ເປັນສັກຂີພິຍານໃຫ້ກັບຈຸດເວລາຄັ້ງປະຫວັດການຕ່າງໆ,ເຊັ່ນ: ສະຖິຕິໂລກທີ່ຍານອະວະກາດສົ່ງເຄື່ອງເຊື່ອມຕໍ່ເຂົ້າກັບສະຖານີອະວະກາດໄວກວ່າໝູ່ແລະອື່ນໆ.