ທາງລົດໄຟຈີນ-ລາວໄດ້ຮັບຜົນສໍາເລັດທີ່ເຫັນໄດ້ຢ່າງປະຈັກຕາ

2022-12-06 11:06:27 CRI

 

    ນັບມາຮອດວັນທີ 3 ທັນວານີ້, ທາງລົດໄຟຈີນ-ລາວໄດ້ເປີດໃຫ້ບໍລິການຄົບຮອບ 1 ປີ. ເນື່ອງໃນໂອກາດນີ້, ລົດໄຟຂົນສົ່ງໝາກໄມ້ແຊ່ເຢັນຕາມທາງລົດໄຟຈີນ-ລາວຂະບວນທຳອິດໄດ້ເປີດໃຫ້ບໍລິການ, ເຊິ່ງໄດ້ເປີດຍຸກໃໝ່ໃຫ້ແກ່ປະເທດສະມາຊິກອາຊຽນເຊັ່ນ: ລາວ, ໄທ ແລະອື່ນໆ ໃນການຂົນສົ່ງຜະລິດຕະພັນກະສິກໍາທີ່ມີຄຸນນະພາບໄປສູ່ຈີນ. ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ໃຫ້ຮູ້ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 5 ທັນວານີ້ວ່າ: ນັບແຕ່ເລີ່ມເປີດການນຳໃຊ້ທາງລົດໄຟຈີນ-ລາວ ໃນໄລຍະ 1 ປີຜ່ານມາ, ທາງລົດໄຟດັ່ງກ່າວໄດ້ເປີດສະຖານີຂົນສົ່ງຜູ້ໂດຍສານແລະສິນຄ້າ 24 ແຫ່ງ, ສາມາດຂົນສົ່ງຜູ້ໂດຍສານໄດ້ທັງໝົດ 8.500.000 ເທື່ອຄົນ ແລະ ຂົນສົ່ງສິນຄ້າ 11.200.000 ໂຕນ, ປະເພດສິນຄ້າໄດ້ເພີ່ມຈາກ 10 ກວ່າປະເພດໃນເມື່ອກ່ອນຂຶ້ນເປັນ 1.200 ກວ່າປະເພດ, ສາມາດເວົ້າໄດ້ວ່າ, ທາງລົດໄຟຈີນ-ລາວໄດ້ຮັບຜົນສໍາເລັດທີ່ເຫັນໄດ້ຢ່າງປະຈັກຕາ. ວັນທີ 3 ທັນວານີ້, ລົດໄຟຂົນສົ່ງໝາກໄມ້ແຊ່ເຢັນຕາມທາງລົດໄຟຈີນ-ລາວໝົດສາຍຂະບວນທຳອິດໄດ້ເປີດໃຫ້ບໍລິການ, ເຮັດໃຫ້ປະເທດຢູ່ອາຊີຕາເວັນອອກສຽງໃຕ້ເຊັ່ນ: ລາວ, ໄທ, ມຽນມາ ແລະປະເທດອື່ນໆ ສາມາດນໍາໃຊ້ທ່າແຮງທາງດ້ານການຜ່ານດ່ານຢ່າງສະດວກວ່ອງໄວ ແລະການຈໍລະຈອນສິນຄ້າສາກົນເປັນຂະໜາດໃຫຍ່, ເພື່ອຂາຍຜະລິດຕະພັນກະສິກໍາທີ່ມີຄຸນນະພາບໄປສູ່ຕະຫຼາດຂອງຈີນຢ່າງປອດໄພ ແລະວ່ອງໄວກວ່າເກົ່າ.


    ພ້ອມດຽວກັນນີ້, ຄຽງຄູ່ກັບການກໍ່ສ້າງທາງລົດໄຟຈີນ-ໄທໄດ້ຮັບການຊຸກຍູ້ຢ່າງໝັ້ນທ່ຽງ, ທາງລົດໄຟຈີນ-ລາວພວມເລັ່ງລັດເຊື່ອມໂຍງເຊື່ອມຈອດກັບທາງລົດໄຟຈີນ-ໄທ, ເພື່ອຊຸກຍູ້ສ້າງໃຫ້ເປັນເສັ້ນທາງລົດໄຟທີ່ເຊື່ອມໂຍງທົ່ວແຫຼມອິນດູຈີນ. ໃນອະນາຄົດ, ການຮ່ວມມືຈີນ-ລາວ-ໄທທີ່ຖືທາງລົດໄຟເປັນຈຸດສຸມນັ້ນຈະຍົກລະດັບການພັດທະນາຂອງອະນຸພາກພື້ນຢ່າງເປັນຮູບປະທໍາ, ເຮັດໃຫ້ຊ່ອງທາງຄຳແຫ່ງການຈໍລະຈອນສິນຄ້າສາກົນເສີມຂະຫຍາຍບົດບາດຢ່າງພົ້ນເດັ່ນຕື່ມອີກ.