ສະຫະພາບເອີຣົບເປິກສາຫາລືແຜນການລົງໂທດຮອບທີ 9 ຕໍ່ຣັດເຊຍ

2022-12-06 11:18:34 CRI

 

    ອີງຕາມ “ໜັງສືພິມການເມືອງສະບັບເອີຣົບ” ຂອງອາເມຣິກາລາຍງານໃນວັນທີ 5 ທັນວານີ້ ໃຫ້ຮູ້ວ່າ: ຄະນະກຳມາທິການສະຫະພາບເອີຣົບ ແລະ ຜູ້ຕາງໜ້າຂອງປະເທດສະມາຊິກສະຫະພາບເອີຣົບໄດ້ເປິກສາຫາລືແຜນການລົງໂທດຮອບທີ 9 ຕໍ່ຣັດເຊຍ, ໃນນັ້ນ, ມາດຕະການລົງໂທດອາດຈະມີເຖິງ 180 ລາຍການ, ລວມທັງຂົງເຂດເຕັກນິກ, ການເງິນ, ສື່ມວນຊົນ ແລະອື່ນໆ.


    ຕາມຜູ້ຮູ້ຂ່າວດ້ານການຕ່າງປະເທດເປີດເຜີຍໃຫ້ຮູ້ວ່າ: ສັນຍາລົງໂທດຮອບໃໝ່ຕໍ່ຣັດເຊຍອາດຈະບັນລຸໄດ້ກ່ອນຈັດກອງປະຊຸມຄະນະກໍາມາທິການວຽກງານການຕ່າງປະເທດຂອງສະຫະພາບເອີຣົບແລະກອງປະຊຸມສຸດຍອດສະຫະພາບເອີຣົບໃນອາທິດໜ້າ.