ຈີນຮຽກຮ້ອງໃຫ້ຫຼຸດຜ່ອນຜົນກະທົບທີ່ແຜ່ລາມຈາກວິກິດການອູແກຣນ

2022-12-07 12:28:42 CRI

 

    ວັນທີ 6 ທັນວານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມເປີດເຜີຍກ່ຽວກັບສະພາບການມະນຸດສະທຳຢູ່ອູແກຣນ. ໃນໂອກາດນີ້, ທ່ານ ມາຕິນ ກຣິຟິສ ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດທີ່ຮັບຜິດຊອບວຽກງານມະນຸດສະທຳໄດ້ລາຍງານສະພາຍການມະນຸດສະທຳທີ່ໜັກໜ່ວງຢູ່ອູແກຣນໃນປັດຈຸບັນໃຫ້ທີ່ປະຊຸມຊາບ. ຜູ້ຕາງຫນ້າຝ່າຍຈີນໄດ້ກ່າວໃນກອງປະຊຸມວ່າ: ຕ້ອງຫຼຸດຜ່ອນຜົນກະທົບທີ່ແຜ່ລາມຈາກວິກິດການອູແກຣນຈົນສຸດຄວາມສາມາດ, ທັງຊຸກຍູ້ການຟື້ນຟູການເຈລະຈາຄືນໃໝ່ເພື່ອແກ້ໄຂວິກິດການອູແກຣນໂດຍຜ່ານວິທີທາງການເມືອງ.

 

    ທ່ານ ເກີງສວາງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈໍາອົງການສະຫະປະຊາຊາດກ່າວວ່າ: ຝ່າຍຈີນຮຽກຮ້ອງໃຫ້ເພີ່ມທະວີການໄກ່ເກ່ຍ, ສົ່ງເສີມຝ່າຍຕ່າງໆທີ່ກ່ຽວຂ້ອງຟື້ນຟູການເຈລະຈາກັນຄືນໃໝ່, ສຸມຄວາມພະຍາຍາມເພື່ອບັນລຸການຢຸດຍິງກັນໂດຍໄວເທົ່າທີ່ຈະໄວໄດ້.


    ຝ່າຍຈີນກ່າວເນັ້ນໜັກວ່າ: ເມື່ອປະເຊີນກັບວິກິດການອູແກຣນທີ່ເປັນວິກິດການສາກົນແລະມີຄວາມສັບສົນ, ຕ້ອງຍຶດໝັ້ນການຖືປະຊາຊົນເປັນໃຈກາງ ແລະໃຫ້ບຸລິມະສິດແກ່ມະນຸດສະທໍາ ເພື່ອຫຼຸດຜ່ອນຜົນກະທົບທີ່ແຜ່ລາມຈາກວິກິດການຈົນສຸດຄວາມສາມາດ.