ຜູ້ຕາງໜ້າຖາວອນຂອງຈີນຮຽກຮ້ອງໃຫ້ປົກປັກຮັກສາລະບຽບການທະເລສາກົນທີ່ທ່ຽງທຳແລະສົມເຫດສົມຜົນ

2022-12-09 16:46:29 cri

ວັນທີ 8 ທັນວານີ້, ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຈັດກິດຈະກຳເພື່ອສະເຫຼີມສະຫຼອງສົນທິສັນຍາວ່າດ້ວຍກົດໝາຍທະເລຂອງອົງການສະຫະປະຊາຊາດ ຫຼືເອີ້ນຫຍໍ້ວ່າ ສົນທິສັນຍາ ໄດ້ຜ່ານການຮັບຮອງແລະລົງນາມຄົບຮອບ 40 ປີ. ໃນເວລາປະກອບຄຳຄິດຄຳເຫັນ, ທ່ານຈ່າງຈວິ່ນ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດໄດ້ຮຽກຮ້ອງຝ່າຍຕ່າງໆຈົ່ງເສີມຂະຫຍາຍຈິດໃຈລັດທິຫຼາຍຝ່າຍທີ່ສ່ອງແສງໃຫ້ເຫັນໃນສົນທິສັນຍາ, ເພື່ອປົກປັກຮັກສາລະບຽບການທະເລສາກົນທີ່ທ່ຽງທຳແລະສົມເຫດສົມຜົນ.


ທ່ານຈ່າງຈວິ່ນກ່າວວ່າ: ຄວນອະທິບາຍແລະນຳໃຊ້ສົນທິສັນຍາຢ່າງຄົບຖ້ວນ ຖືກຕ້ອງແລະມີເຈດຕະນາດີ, ຄັດຄ້ານການບິດເບືອນແລະນຳໃຊ້ທົ່ວທີບ. ຕ້ອງພັດທະນາກົດໝາຍທະເລສາກົນລວມທັງສົນທິສັນຍາຢ່າງບໍ່ຢຸດຢັ້ງ, ເພື່ອປັບປຸງການຄຸ້ມຄອງທະເລດ້ວຍກົດໝາຍໃຫ້ສົມບູນຂຶ້ນ. ຄວນສົ່ງເສີມການສົນທະນາແລະເປິກສາຫາລືກັນ, ເຄົາລົບແລະປະຕິບັດຕາມຫຼັກການທີ່ຕ້ອງໄດ້ຮັບຄວາມເຫັນດີຈາກປະເທດທີ່ກ່ຽວຂ້ອງຢ່າງເຂັ້ມງວດ, ແກ້ໄຂຂໍ້ຂັດແຍ້ງກັນທາງທະເລໂດຍສັນຕິ. ຕ້ອງນຳໃຊ້ເສລີພາບດ້ານການເດີນເຮືອແລະການບິນຜ່ານໂດຍອີງຕາມກົດໝາຍສາກົນ, ຄັດຄ້ານການນຳໃຊ້ທະເລເພື່ອຂົ່ມຂູ່ອະທິປະໄຕແລະຄວາມໝັ້ນຄົງຂອງປະເທດອື່ນ.