ຈະຫຼວດສົ່ງຍານເຈຍລົງ 3 ໄດ້ສົ່ງດາວທຽມ 14 ໜ່ວຍເຂົ້າສູ່ວົງໂຄຈອນຢ່າງສຳເລັດຜົນ

2022-12-10 15:42:00 cri


ເວລາ 14 ໂມງ 35 ນາທີຂອງວັນທີ 9 ທັນວານີ້ຕາມເວລາປັກກິ່ງ, ສູນສົ່ງດາວທຽມໄທ້ຢວນຈີນໄດ້ນຳໃຊ້ຈະຫຼວດສົ່ງຍານເຈຍລົງ 3 ຍິງສົ່ງດາວທຽມ 14 ໜ່ວຍເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ພ້ອມກັນຢ່າງສະດວກແລະສຳເລັດຜົນຈາກເຂດທະເລຮວງໄຫຈີນ, ເຊິ່ງລວມທັງດາວທຽມ 03D47-50 ຄວາມແຈ້ງສູງຈີລີນ 1, ດາວທຽມ 08-10 ຕຸ່ງພົ່ວ ແລະດາວທຽມອື່ນໆທັງໝົດ 14 ໜ່ວຍ,ໜ້າທີ່ສົ່ງດາວທຽມເທື່ອນີ້ໄດ້ຮັບຜົນສຳເລັດຢ່າງເຕັມເມັດເຕັມໜ່ວຍ.