ງານຮູບເງົາສາກົນເສັ້ນທາງສາຍໄໝຄັ້ງທີ 9 ຈະຈັດຂຶ້ນຢູ່ເມືອງຊີ່ອ່ານແຂວງສານຊີ່

2022-12-12 12:32:35 cri


ລະຫວ່າງວັນທີ 30 ທັນວາ 2022 ຫາວັນທີ 2 ມັງກອນ 2023, ງານຮູບເງົາສາກົນເສັ້ນທາງສາຍໄໝຄັ້ງທີ 9 ຈະຈັດຂຶ້ນຢູ່ເມືອງຊີ່ອ່ານແຂວງສານຊີ່ ໂດຍມີວິທະຍຸໂທລະພາບສູນກາງຈີນຮ່ວມກັບອົງການປົກຄອງແຂວງສານຊີ່ ແລະແຂວງຟູຈ້ຽນເປັນເຈົ້າພາບ.

ງານຮູບເງົາສາກົນເສັ້ນທາງສາຍໄໝຄັ້ງນີ້ແມ່ນຈັດຂຶ້ນພາຍໃຕ້ຫົວຂໍ້ “ເສັ້ນທາງສາຍໄໝເຊື່ອມໂຍງກັບໂລກ ຮູບເງົາສ່ອງແສງເມືອງຊີ່ອ່ານ”, ເຊິ່ງປະກອບດ້ວຍ 7 ພາກສ່ວນໃຫຍ່ ລວມມີການແຂ່ງຂັນ “ລາງວັນເສັ້ນທາງສາຍໄໝຄຳ”, ພິທີເປີດ ແລະຜ້າພົມແດງ, ການສາຍຮູບເງົາ, ເວທີເປິກສາຫາລືດ້ານຮູບເງົາ ແລະກິດຈະກຳອື່ນໆ, ເພື່ອສົ່ງເສີມການແລກປ່ຽນວັດທະນະທຳເສັ້ນທາງສາຍໄໝ, ການປະສານຈິດໃຈຂອງປະຊາຊົນ ແລະຖອດຖອນບົດຮຽນດ້ານອະລິຍະທຳເຊິ່ງກັນ ແລະກັນ.


ພາກສ່ວນຈັດການແຂ່ງຂັນ “ລາງວັນເສັ້ນທາງສາຍໄໝຄຳ” ຂອງງານຮູບເງົາຄັ້ງນີ້ໄດ້ຮັບຮູບເງົາ 1.598ເລື່ອງທີ່ມາຈາກ 90 ປະເທດ ແລະເຂດແຄວ້ນ. ຜ່ານການຄັດເລືອກ, ມີຮູບເງົາດີເດັ່ນ 19 ເລື່ອງໄດ້ເຂົ້າຮອບ. ໃນວັນທີ 2 ມັງກອນປີ 2023, ຈະປະກາດ 10 ລາງວັນທີ່ເປັນຮູບເງົາດີເດັ່ນທີ່ສຸດ.