ພິທີມອບລາງວັນໂນເບວປີ 2022 ຈັດຂຶ້ນຢູ່ນະຄອນຫຼວງສະຕອກໂຮມຂອງຊູແອດ

2022-12-12 17:20:44 cri

ວັນທີ 10 ທັນວານີ້, ພິທີມອບລາງວັນໂນເບວສາຂາຟິຊິກສາດ, ເຄມີສາດ, ສະລີລະສາດ ຫຼືແພດສາດ,ວັນນະຄະດີແລະເສດຖະສາດປະຈຳປີ 2022 ໄດ້ຈັດຂຶ້ນຢູ່ນະຄອນຫຼວງສະຕອກໂຮມຂອງຊູແອດ.

     ຜູ້ທີ່ໄດ້ຮັບລາງວັນໂນເບວສາຂາຟີຊິກສາດໃນປີນີ້ແມ່ນທ່ານ ອາລານ ອັສເປັກ ນັກວິທະຍາສາດຝຣັ່ງ, ທ່ານ ຈອນ ຄລາວເຊີ ນັກວິທະຍາສາດອາເມຣິກາແລະທ່ານ ອັນຕອນ ເຊລິນເກີ ນັກວິທະຍາສາດໂອຕຣິສ. ຜູ້ທີ່ໄດ້ຮັບລາງວັນໂນເບວສາຂາເຄມີສາດແມ່ນທ່ານນາງ ຄາໂຣລິນ ເບີໂຕຊີ ແລະ ທ່ານ ຄາ ບາຣີ ຊັບລີສ໌ ນັກວິທະຍາສາດອາເມຣິກາ ແລະ ທ່ານ ໂມເຕັນ ເມວດາ ນັກວິທະຍາສາດດານມາກ; ຜູ້ທີ່ໄດ້ຮັບລາງວັນໂນເບວສາຂາສະລີລະສາດຫຼືແພດສາດແມ່ນທ່ານ ສວານເຕ ເປໂບ ນັກວິທະຍາສາດຊູແອດ; ຜູ້ທີ່ໄດ້ຮັບລາງວັນໂນເບວສາຂາເສດຖະສາດແມ່ນທ່ານ ເບັນ ຊາໂລມ ເບີນານເຄ, ທ່ານ ໂດກລັສ ດາຍມອນດ໌ ແລະ ທ່ານ ຟີລິບ ດິບວິກ, ທັງ 3 ທ່ານລ້ວນແຕ່ເປັນນັກເສດຖະສາດອາເມຣິກາ; ສ່ວນຜູ້ທີ່ໄດ້ຮັບລາງວັນໂນເບວສາຂາວັນນະຄະດີແມ່ນທ່ານນາງ  ອັນນີ ເອີນອກ ນັກປະພັນຍິງຂອງຝຣັ່ງ.

     ພາຍຫຼັງຜູ້ຕາງໜ້າຄະນະກຳມະການປະກວດລາງວັນໂນເບວສາຂາຕ່າງໆໄດ້ແຈ້ງຜົນງານທີ່ຜູ້ໄດ້ຮັບລາງວັນເຫຼົ່ານີ້ສ້າງໄດ້ແລ້ວ, ສົມເດັດ ຄາ XVI ·ກຸສຕັຟ ເຈົ້າຊີວິດຊູແອດ ໄດ້ມອບໃບຢັ້ງຢືນລາງວັນໂນເບວ, ຫຼຽນ ແລະເງິນລາງ ວັນໃຫ້ແກ່ບັນດາທ່ານທີ່ໄດ້ຮັບລາງວັນໂນເບວໃນຄັ້ງນີ້. ຜູ້ໄດ້ຮັບລາງວັນໂນເບວທຸກສາຂາໃນປີນີ້ແມ່ນໄດ້ຮັບເງິນ 10 ລ້ານເຊັກຊູແອດ ເທົ່າກັບປະມານ 9,7 ແສນໂດລາ.