ເຂດສະຫງວນທໍາມະຊາດຫຼາຍແຫ່ງຂອງຈີນຖືກຈັດເຂົ້າໃນບັນຊີລາຍຊື່ຂຽວຂອງສະຫະພັນສະຫງວນທໍາມະຊາດໂລກ

2022-12-12 10:30:30 CRI

 

    ສະຫະພັນສະຫງວນທໍາມະຊາດໂລກໄດ້ປະກາດອັບເດດບັນຊີລາຍຊື່ຂຽວຂອງຕົນຢູ່ນະຄອນມອນຕຣີໂອຂອງການາດາໃນວັນທີ 10 ທັນວານີ້ ໂດຍໄດ້ຈັດເຂດສະຫງວນທໍາມະຊາດ 11 ແຫ່ງຂອງຈີນເຂົ້າໃນບັນຊີລາຍຊື່ດັ່ງກ່າວ, ເປັນຕົ້ນແມ່ນເຂດທ່ອງທ່ຽວນໍ້າຕົກຕາດ ຫວງກົວຊູ້, ສວນອຸທິຍານແຫ່ງຊາດ ເສີນໜົງເຈ້ຍ ແລະອື່ນໆ.



    ບັນຊີລາຍຊື່ດັ່ງກ່າວໄດ້ປະກາດໃນໄລຍະຈັດກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການສະຫະປະຊາຊາດຄັ້ງທີ 15 ຫຼື COP15 ໄລຍະທີ 2, ລວມມີເຂດສະຫງວນທໍາມະຊາດທັງໝົດ 18 ແຫ່ງ, ໃນນັ້ນ, ຈີນມີ 11 ແຫ່ງ, ເມັກຊິກ 3 ແຫ່ງ, ເປຣູ 2 ແຫ່ງ, ຝຣັ່ງແລະຊຳບີຕ່າງກໍມີ 1 ແຫ່ງ. ນັບມາຮອດປັດຈຸບັນ, ເຂດສະຫງວນທໍາມະຊາດທີ່ຖືກຈັດເຂົ້າໃນບັນຊີລາຍຊື່ຂຽວຂອງສະຫະພັນສະຫງວນທໍາມະຊາດໂລກມີທັງໝົດ 77 ແຫ່ງ.