ວັນທີ 11 ທັນວານີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງສະຫະພັນອຸດສາຫະກຳ ແລະການຄ້າຈີນໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານຫຼີຊຽງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນໄດ້ເຂົ້າຮ່ວມພິທີໄຂ ແລະຕາງໜ້າຄະນະກຳມະການສູນກາງພັກຄອມມູນິດຈີນ ແລະລັດຖະບານຈີນກ່າວຄຳປາໄສອວຍພອນ.
ທ່ານກ່າວວ່າ: ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກຄອມມູນິດຈີນເປັນຕົ້ນມາ, ຂະໜາດ ແລະກຳລັງຕົວຈິງຂອງເສດຖະກິດພາກເອກະຊົນຂອງຈີນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ,ເຊິ່ງໄດ້ເສີມຂະຫຍາຍບົດບາດສຳຄັນເຂົ້າໃນການຊຸກຍູ້ການພັດທະນາ, ເພີ່ມທະວີການສ້າງວຽກເຮັດງານທຳ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຊຸກຍູ້ການປະດິດສ້າງໃໝ່, ລົງເລິກການປະຕິຮູບ, ເປີດກວ້າງການເປີດປະຕູສູ່ພາຍນອກ ແລະອື່ນໆ. ສະຫະພັນອຸດສາຫະກຳ ແລະການຄ້າທຸກຂັ້ນໄດ້ປະກອບສ່ວນອັນພົ້ນເດັ່ນ.
ທ່ານກ່າວຕື່ມວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນໄດ້ຊີ້ອອກທິດທາງກ້າວໄປຂ້າງໜ້າ ແລະກຳນົດແນວທາງການຈັດຕັ້ງປະຕິບັດໃຫ້ການພັດທະນາພາລະກິດຂອງພັກ ແລະປະເທດໃນຍຸກໃໝ່ແລະຂະບວນການເດີນທາງອັນໃໝ່ ພ້ອມທັງບັນລຸເປົ້າໝາຍສູ້ຊົນຮ້ອຍປີປະການທີ 2. ຄະນະນຳຊຸດໃໝ່ຂອງສະຫະພັນອຸດສາຫະກຳ ແລະການຄ້າຈີນຕ້ອງມີຄວາມຮັບຜິດຊອບທາງການເມືອງເປັນຢ່າງສູງ, ມີນ້ຳໃຈປະຕິຮູບ ແລະປະດິດສ້າງໃໝ່, ເພື່ອສ້າງສະພາບການໃໝ່ໃນການພັດທະນາພາລະກິດຂອງສະຫະພັນອຸດສາຫະກຳ ແລະການຄ້າຢ່າງບໍ່ຢຸດຢັ້ງ.