ຜົນການຜະລິດສະບຽງອາຫານຂອງຈີນໄດ້ສ້າງສະຖິຕິໃໝ່

2022-12-12 13:56:19 cri


ວັນທີ 12 ທັນວານີ້, ກົມສະຖິຕິແຫ່ງຊາດຈີນໄດ້ປະກາດຂໍ້ມູນຜົນການຜະລິດສະບຽງອາຫານໃນປີ 2022. ອີງຕາມການສຳຫຼວດຕົວຢ່າງຢູ່ 31 ແຂວງ (ເຂດປົກຄອງຕົນເອງ ແລະກຳແພງນະຄອນ) ໃນຂອບເຂດທົ່ວປະເທດ ແລະສະຖິຕິສັງລວມຂອງຫົວໜ່ວຍການຜະລິດ-ທຸລະກິດກະສິກຳ, ໃນປີ 2022, ຜົນການຜະລິດເຂົ້າໃນລະດູຮ້ອນ, ເຂົ້າຕົ້ນ ແລະເຂົ້າໃນລະດູໃບໄມ້ຫຼົ່ນຢູ່ 31 ແຂວງ (ເຂດປົກຄອງຕົນເອງ ແລະກຳແພງນະຄອນ) ໄດ້ບັນລຸເຖິງ 686,55 ລ້ານໂຕນ, ເພີ່ມຂຶ້ນ 3,7 ລ້ານໂຕນເມື່ອທຽບໃສ່ປີ 2021, ເພີ່ມຂຶ້ນ 0,5%, ໄດ້ສ້າງສະຖິຕິໃໝ່. ຜົນການຜະລິດສະບຽງອາຫານຕໍ່ປີຮັກສາໄດ້ຢູ່ລະດັບ 650 ລ້ານໂຕນຂຶ້ນໄປເປັນເວລາ 8 ປີລຽນຕິດ. ໃນນັ້ນ, ຜົນການຜະລິດເຂົ້າບັນລຸເຖິງ 633,25 ລ້ານໂຕນ, ເພີ່ມຂຶ້ນ 5 ແສນໂຕນເມື່ອທຽບໃສ່ປີ 2021. ນອກຈາກນີ້, ເນື້ອທີ່ປູກພຶດສະບຽງອາຫານໃນທົ່ວປະເທດມີເຖິງ 118,332 ລ້ານເຮັກຕາ, ເພີ່ມຂຶ້ນ 0,6% ເມື່ອທຽບໃສ່ປີ 2021; ສະມັດຕະພາບຜົນການຜະລິດສະບຽງອາຫານບັນລຸເຖິງ 5.805 ກິໂລຕໍ່ເຮັກຕາ.