ນາຍົກຈີນກ່າວຄໍາປາໄສໃນກອງປະຊຸມສົນທະນາລະຫວ່າງນັກທຸລະກິດແລະອະດີດເຈົ້າໜ້າທີ່ອາວຸໂສຈີນ-ສ.ເກົາຫຼີຮອບທີ 3

2022-12-13 11:24:57 CRI

 

    ວັນທີ 12 ທັນວານີ້, ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ກ່າວຄໍາປາໄສໃນກອງປະຊຸມສົນທະນາລະຫວ່າງນັກທຸລະກິດແລະອະດີດເຈົ້າໜ້າທີ່ອາວຸໂສຈີນ-ສ.ເກົາຫຼີຮອບທີ 3 ຜ່ານທາງວິດີໂອອອນລາຍ.

 

    ໃນໂອກາດນີ້, ທ່ານ ຫຼີເຄີ້ສຽງ ກ່າວວ່າ, ຈີນ-ສ.ເກົາຫຼີ ເປັນຄູ່ຮ່ວມມືທີ່ແຍກອອກຈາກກັນບໍ່ໄດ້. ຈີນຍິນດີພະຍາຍາມຮ່ວມກັບສ.ເກົາຫຼີ ຊຸກຍູ້ການພົວພັນລະຫວ່າງຈີນ-ສ.ເກົາຫຼີ ໃຫ້ມີການຂະຫຍາຍຕົວຢ່າງປອດໄສແລະໝັ້ນທ່ຽງ. ເສີມຂະຫຍາຍທ່າແຮງທີ່ສາມາດຊ່ວຍຊູຍູ້ໜູນກັນໃຫ້ດີ, ລົງເລິກການຮ່ວມມືໃນຂົງເຂດການຜະລິດໂດຍນຳໃຊ້ເຕັກນິກສູງ, ເສດຖະກິດສີຂຽວ, ຖານຂໍ້ມູນໃຫຍ່ ແລະຂົງເຂດອື່ນໆ. ພະຍາຍາມສໍາເລັດການເຈລະຈາສັນຍາການຄ້າເສລີລະຫວ່າງຈີນ-ສ.ເກົາຫຼີໄລຍະທີ 2 ໂດຍໄວ.

 

    ທ່ານ ຫຼີເຄີ້ສຽງ ຍັງຊີ້ໃຫ້ເຫັນວ່າ: ຈີນຍຶດໝັ້ນນະໂຍບາຍພື້ນຖານແຫ່ງຊາດໃນການເປີດປະຕູສູ່ພາຍນອກຢ່າງບໍ່ຫວັ່ນໄຫວຄອນແຄນ, ຈະເປີດກວ້າງການເປີດປະຕູສູ່ພາຍນອກຂອງຕະຫຼາດພາຍໃນປະເທດຕື່ມອີກ, ພ້ອມທັງປົກປັກຮັກສາສິດແລະຜົນປະໂຫຍດດ້ານການລົງທຶນຂອງນັກທຸລະກິດຕ່າງປະເທດ, ສ້າງສະພາບແວດລ້ອມດ້ານການດໍາເນີນທຸລະກິດທີ່ຫັນເປັນແບບຕະຫຼາດ, ຫັນເປັນແບບກົດໝາຍ ແລະຫັນເປັນແບບສາກົນ, ສົ່ງເສີມວິສາຫະກິດປະເພດຕ່າງໆແຂ່ງຂັນກັນຢ່າງມີຄວາມສະເໝີພາບ. ຈີນສະແດງຄວາມຍິນດີຕໍ່ວິສາຫະກິດຂອງປະເທດຕ່າງໆລວມທັງວິສາຫະກິດຂອງ ສ.ເກົາຫຼີ ສືບຕໍ່ເປີດກວ້າງການຮ່ວມມືກັບຈີນ ເພື່ອບັນລຸໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດດີກວ່າເກົ່າ.