ກະຊວງການຕ່າງປະເທດຊີຣີ: ທະຫານອາເມຣິກາແລະກຳລັງປະກອບອາວຸດທີ່ໄດ້ຮັບການສະໜັບສະໜູນໂດຍອາເມຣິກາເຮັດໃຫ້ຊີຣີມີຄວາມເສຍຫາຍໂດຍກົງ 25,9 ຕື້ໂດລາ

2022-12-15 15:12:54 cri

ຕາມຂ່າວ CRI: ວັນທີ 14 ທັນວານີ້, ກະຊວງການຕ່າງປະເທດຊີຣີໄດ້ສົ່ງຈົດໝາຍໄປຍັງເລຂາທິການໃຫຍ່ອົງການສະຫະປະຊາຊາດ ແລະ ປະທານສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໂດຍລະບຸວ່າ: ທະຫານອາເມຣິກາແລະກຳລັງປະກອບອາວຸດທີ່ໄດ້ຮັບການສະໜັບສະໜູນໂດຍອາເມຣິກາເຮັດໃຫ້ຊີຣີມີຄວາມເສຍຫາຍໂດຍກົງ 25,9 ຕື້ໂດລາ.


ເນື້ອໃນຈົດໝາຍຂອງກະຊວງການຕ່າງປະເທດຊີຣີລະບຸຕື່ມວ່າ: ອາເມຣິກາຍັງຄົງຮັກສາກຳລັງທະຫານໄວ້ຢ່າງຕໍ່ເນື່ອງຢູ່ພາກຕາເວັນອອກສຽງເໜືອ ແລະ ເຂດອາຕານພາກຕາເວັນອອກສຽງໃຕ້ຂອງຊີຣີ, ສືບຕໍ່ດຳເນີນ “ພຶດຕິກຳຮຸກຮານ”ແລະ “ຝ່າຝືນຢ່າງຮຸນແຮງ”ຕໍ່ຫຼັກການຂອງກົດໝາຍສາກົນ ແລະ “ກົດບັດອົງການສະຫະປະຊາຊາດ”, ທະຫານອາເມຣິກາແລະກຳລັງປະກອບອາວຸດທີ່ໄດ້ຮັບການສະໜັບສະໜູນໂດຍອາເມຣິກາໄດ້ປຸ້ນສະດົມເອົານ້ຳມັນເຊື້ອໄຟ, ເຂົ້າບະເລ, ຊັບພະຍາກອນພື້ນຖານແລະຊັບສິນແຫ່ງຊາດຂອງປະຊາຊົນຊີຣີຢ່າງເປັນລະບົບ.


ເນື້ອໃນຈົດໝາຍຂອງກະຊວງການຕ່າງປະເທດຊີຣີຍັງລະບຸຕື່ມວ່າ: ທະຫານອາເມຣິກາແລະກຳລັງປະກອບອາວຸດທີ່ໄດ້ຮັບການສະໜັບສະໜູນໂດຍອາເມຣິກາ ເຮັດໃຫ້ຊີຣີມີຄວາມເສຍ ຫາຍໂດຍກົງ 25,9 ຕື້ໂດລາ. ໃນນັ້ນ, ຄວາມເສຍຫາຍຍ້ອນຖືກລັກນ້ຳມັນເຊື້ອໄຟ, ອາຍ ແກັສທຳມະຊາດແລະບໍ່ແຮ່ມີເຖິງ 19,8 ຕື້ໂດລາ. ນອກນີ້, ຍ້ອນການຫຼຸດປະລິມານການຜະລິດນ້ຳມັນເຊື້ອໄຟ,ອາຍແກັສທຳມະຊາດແລະບໍ່ແຮ່ເຮັດໃຫ້ມີຄວາມເສຍຫາຍໂດຍທາງອ້ອມຫຼາຍກວ່າ 86 ຕື້ໂດລາ.