ຈີນຍິງສົ່ງດາວທຽມທົດລອງເລກ 21 ຢ່າງສຳເລັດຜົນ

2022-12-16 16:18:24 cri

 

ໃນເວລາ 14  ໂມງ 17 ນາທີຂອງວັນທີ 16 ທັນວານີ້, ຢູ່ສູນຍິງສົ່ງດາວທຽມສີ່ຊ່າງ, ຈີນໄດ້ນຳໃຊ້ຈະຫຼວດສົ່ງຍານຊາງເຈິ່ງ 11 ຍິງສົ່ງດາວທຽມທົດລອງເລກ 21 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນຢ່າງສະດວກ, ໜ້າທີ່ການຍິງສົ່ງໄດ້ຮັບຜົນສຳເລັດຢ່າງຈົບງາມ.ດາວທຽມທົດລອງເລກ 21 ຕົ້ນຕໍຈະນຳໃຊ້ເຂົ້າໃນການດຳເນີນການທົດລອງກວດສອບເຕັກໂນໂລຊີໃໝ່ທາງອະວະກາດຕາມວົງໂຄຈອນ.


ພາລະກິດຄັ້ງນີ້ແມ່ນຈະຫຼວດສົ່ງຍານລະບົບຊາງເຈິ່ງດຳເນີນການບິນເທື່ອທີ 456 ແລ້ວ.