ເຜົ່າຈ້ວງກວາງຊີຈີນສົ່ງແພດອອກນອກປະເທດ ດຳເນີນການຮ່ວມມືຢ່າງເລິກເຊິ່ງກັບປະເທດຕ່າງໆໃນອາຊຽນ

2022-12-16 15:09:44 cri

 

ຕາມຂ່າວCRI: ວັນທີ 15 ທັນວານີ້, ອີງຕາມຂໍ້ມູນຈາກໂຮງໝໍແພດແຜນເຜົ່າຈ້ວງສາກົນເຂດກວາງຊີຈີນສະແດງໃຫ້ເຫັນວ່າ, ຫວ່າງມໍ່ໆນີ້, ໂຮງໝໍດັ່ງກ່າວຮ່ວມກັບໂຮງໝໍໄຊມັງກອນສາກົນຂອງລາວໄດ້ເຊັນສັນຍາກ່ຽວກັບການຮ່ວມມືດຳເນີນການຄົ້ນຄວ້າຢາພື້ນເມືອງປົວພະຍາດຢ່າງເລິກເຊິ່ງ, ຮ່ວມມືກັບໂຮງໝໍມິດຕະພາບຈີນ-ມຽນມາຂອງມຽນມາເຊັນສັນຍາກ່ຽວກັບການຮ່ວມກັນສ້າງລະບົບບໍລິການດ້ານການປິ່ນປົວສາກົນດ້ວຍຢາພື້ນເມືອງຈີນແລະເນື້ອໃນຕ່າງໆ, ພ້ອມນັ້ນຍັງຈະຜ່ານຫລາຍຮູບແບບຢ່າງກວ້າງຂວາງແລະເລິກເຊິ່ງກວ່າເກົ່າເພື່ອຊຸກຍູ້ການຮ່ວມມືແລະການແລກປ່ຽນໃນຂົງເຂດຢາພື້ນເມືອງລະຫວ່າງຈີນກັບປະເທດຕ່າງໆໃນອາຊຽນ.

 

ຕາມການແນະນຳຂອງທ່ານເຢວ້ກຸ້ຍຮວາ, ຫົວໜ້າໂຮງໝໍແພດແຜນເຜົ່າຈ້ວງສາກົນເຂດກວາງຊີໃຫ້ຮູ້ວ່າ: ໂຮງໝໍແພດແຜນເຜົ່າຈ້ວງສາກົນເຂດກວາງຊີຈະສ້າງຕັ້ງພະແນກປິ່ນປົວດ້ວຍຢາພື້ນເມືອງຈີນຢູ່ລາວແລະມຽນມາ, ໃນເວລາທີ່ເໝາະສົມ, ຈະສົ່ງຜູ້ຊ່ຽວຊານໄປກວດພະຍາດຊ່ວຍລາວແລະມຽນມາຕື່ມອີກ.