ອົງການກອງທຶນເງິນຕາສາກົນອະນຸມັດເງິນກູ້ຈໍານວນ 3 ຕື້ໂດລາໃຫ້ແກ່ປະເທດເອຢິບ

2022-12-17 13:30:08 CRI

    ວັນທີ 16 ທັນວານີ້,  ອົງການກອງທຶນເງິນຕາສາກົນ ຫຼື IMFໄດ້ອອກຖະແຫຼງການໂດຍລະບຸວ່າ: ຄະນະຜູ້ບໍລິຫານງານ IMF ໄດ້ອະນຸມັດເງິນກູ້ທີ່ມີກຳນົດ 46 ເດືອນໃຫ້ແກ່ປະເທດເອຢິບ, ໂດຍມີຈໍານວນປະມານ 3 ຕື້ໂດລາ.

    ອີງຕາມເນື້ອໃນຖະແຫຼງການ, ພາຍໃຕ້ການຊ່ວຍເຫຼືອຈາກIMF, ເອຢິບໄດ້ວາງນະໂຍບາຍຕ່າງໆ, ເພື່ອຮັບປະກັນຄວາມໝັ້ນທ່ຽງຂອງເສດຖະກິດມະຫາພາກ ແລະສ້າງພື້ນຖານໃຫ້ແກ່ການເຕີບໂຕດ້ານເສດຖະກິດທີ່ກວມລວມແລະນໍາພາໂດຍພາກສ່ວນເອກະຊົນ. ນະໂຍບາຍເຫຼົ່ານີ້ໄດ້ກ່ຽວພັນເຖິງການຫັນເປັນລະບຽບການອັດຕາແລກປ່ຽນເງິນຕາທີ່ມີຄວາມຄ່ອງແຄ້ວ, ນະໂຍບາຍເງິນຕາ ເພື່ອຫຼຸດຜ່ອນໄພເງິນເຟີ້ເທື່ອລະກ້າວ ແລະການປັບປຸງດ້ານການເງິນ ເພື່ອຮັບປະກັນໃຫ້ໜີ້ສິນສາທາລະນະຫຼຸດໜ້ອຍລົງເປັນຕົ້ນ.