17 ພັກການເມືອງຂອງອິນໂດເນເຊຍໄດ້ຮັບສິດເຂົ້າຮ່ວມການເລືອກຕັ້ງທົ່ວໄປທີ່ຈະຈັດຂຶ້ນໃນປີ 2024

2022-12-18 13:29:15 cri


ວັນທີ 15 ທັນວາ 2022, ຂ່າວສານອັນຕາຣາ ເຊິ່ງເປັນຂ່າວສານທາງການຂອງອິນໂດເນເຊຍລາຍງານວ່າ: ຄະນະກຳມະການການເລືອກຕັ້ງອິນໂດເນເຊຍປະກາດວ່າ, ມີ 17 ພັກການເມືອງໄດ້ຮັບສິດເຂົ້າຮ່ວມການເລືອກຕັ້ງທົ່ວໄປທີ່ຈະຈັດຂຶ້ນໃນປີ 2024.

ທ່ານຮາຊິມ ປະທານຄະນະກຳມະການການເລືອກຕັ້ງອິນໂດເນເຊຍແນະນຳວ່າ: ຄະນະກຳມະການການເລືອກຕັ້ງອິນໂດເນເຊຍໄດ້ກວດກາຕໍ່ 18 ພັກການເມືອງທີ່ມີລັກສະນະທົ່ວປະເທດທີ່ຮ້ອງຂໍເຂົ້າຮ່ວມການເລືອກຕັ້ງປີ 2024 ແລ້ວຢືນຢັນວ່າ, ມີ 17 ພັກການເມືອງໄດ້ຮັບສິດເຂົ້າຮ່ວມການເລືອກຕັ້ງ.

ໃນ 17 ພັກການເມືອງດັ່ງກ່າວ, ມີ 9 ພັກການເມືອງມີບ່ອນນັ່ງໃນລັດຖະສະພາຊຸດປັດຈຸບັນ ແລະອີກ 8 ພັກການເມືອງບໍ່ມີບ່ອນນັ່ງ. ໃນພັກການເມືອງທີ່ບໍ່ມີບ່ອນນັ່ງໃນລັດຖະສະພາຊຸດປັດຈຸບັນ ມີ 5 ພັກການເມືອງໄດ້ບັດເລືອກຕັ້ງບໍ່ຮອດ 4% ໃນການເລືອກຕັ້ງທົ່ວໄປປີ 2019 ແລະອີກ 3 ພັກການເມືອງແມ່ນສ້າງຕັ້ງຂຶ້ນໃໝ່.