ຊາວອາເມຣິກາກວ່າເຄິ່ງເຫັນວ່າ ເສດຖະກິດປະເທດຕົນໃນປີໜ້າຈະດ້ອຍກວ່າປີນີ້ອີກ

2022-12-18 15:17:26 cri

ຜົນການສໍາຫຼວດຄວາມເຫັນຂອງປະຊາຊົນຄັ້ງຫຼ້າສຸດ ຂອງໜັງສືພິມ “ເດີວອນສະຕຣິດລາຍວັນ” ຂອງອາເມຣິກາ ໄດ້ສະແດງໃຫ້ເຫັນວ່າ, ຊາວອາເມຣິກາສ່ວນຫຼາຍເຫັນວ່າ: ປີ 2023, ເສດຖະກິດອາເມຣິກາຈະດ້ອຍກວ່າປີນີ້ອີກ.

“ເດີວອນສະຕຣິດລາຍວັນ” ລາຍງານວ່າ, ເຖິງວ່າໃນໄລຜ່ານມາ, ລາຄານ້ຳມັນອາເມຣິກາໄດ້ຫຼຸດລົງ ແລະ ເຮັດໃຫ້ສະພາບເງິນເຟີ້ຜ່ອນຄາຍລົງກໍຕາມ, ແຕ່ກໍບໍ່ໄດ້ປ່ຽນແປງທ່າທີຂອງຊາວອາເມຣິກາທີ່ມີຕໍ່ຄວາມສ່ຽງການຖົດຖອຍຂອງເສດຖະກິດ.


ອີງຕາມຜົນການສຳຫຼວດເທື່ອນີ້ສະແດງໃຫ້ເຫັນວ່າ: ຊາວອາເມຣິກາ 52% ເຫັນວ່າ ເສດຖະກິດອາເມຣິກາຈະຊຸດໂຊມລົງຕື່ມອີກໃນປີ 2023 ແລະ ມີພຽງ 25% ເຫັນວ່າ ເສດຖະກິດອາເມຣິກາຈະດີຂຶ້ນໃນປີໜ້າ. ຜົນການສຳຫຼວດເທື່ອນີ້ຍັງສະແດງໃຫ້ເຫັນວ່າ: ຊາວອາເມຣິກາສ່ວນຫຼາຍບໍ່ພໍໃຈຕໍ່ເສັ້ນທາງການເຄື່ອນໄຫວຂອງເສດຖະກິດປະເທດຕົນ ໂດຍມີ 66% ເຫັນວ່າອາເມຣິກາໄດ້ເລືອກເສັ້ນທາງທີ່ຜິດພາດ.