ໂຄສົກເລຂາທິການໃຫຍ່ອົງການ ສປຊ ກ່າວວ່າ: ບໍ່ຢາກເຫັນມີອາວຸດຖືກຂົນສົ່ງໄປອູແກຣນຫຼາຍກວ່າເກົ່າ

2022-12-18 15:13:09 cri

ຫວ່າງມໍ່ໆມານີ້, ສື່ມວນຊົນອາເມຣິກາຫຼາຍແຫ່ງ ໄດ້ອ້າງຕາມແຫຼ່ງຂ່າວຂອງເຈົ້າໜ້າທີ່ອາເມຣິກາ ໂດຍລາຍງານວ່າ: ອາເມຣິກາກຽມຈະອະນຸມັດສະໜອງລະບົບຂີປະນາວຸດປ້ອງກັນອາກາດ “ປາຕຣີອົດ” ໃຫ້ອູແກຣນໃນໄວໆນີ້. ວັນທີ 16 ທັນວານີ້, ໃນເວລາຕອບຄຳຖາມຂອງນັກຂ່າວ, ທ່ານສະຕີຟານ ດູຈາຣິກ ໂຄສົກເລຂາທິການໃຫຍ່ອົງການ ສປຊ ກ່າວວ່າ: ສິ່ງທີ່ອົງການ ສປຊ ຢາກໄດ້ເຫັນນັ້ນ, ບໍ່ແມ່ນອາວຸດຖືກຂົນສົ່ງໄປອູແກຣນນັບມື້ນັບຫຼາຍຂຶ້ນ, ຫາກແມ່ນອູແກຣນບັນລຸສັນຕິພາບໂດຍໄວ. ທ່ານກ່າວຕື່ມອີກວ່າ: ການປະທະກັນລະຫວ່າງຣັດເຊຍແລະອູແກຣນໃນຫຼາຍມື້ຜ່ານມາ ໄດ້ປາກົດມີທ່ວງທ່າຮຸນແຮງຂຶ້ນອີກ, ນີ້ບໍ່ແມ່ນສິ່ງທີ່ພວກເຮົາຕ້ອງການຢາກເຫັນ.


ວັນທີ 14 ທັນວານີ້, ທ່ານດີມີຕຣີ ເປສຄົຟ ໂຄສົກປະທານາທິບໍດີຣັດເຊຍກ່າວວ່າ: ຖ້າອາເມຣິກາສະໜອງລະບົບຂີປະນາວຸດປ້ອງກັນອາກາດ “ປາຕຣີອົກ” ໃຫ້ອູແກຣນ, ກອງທັບຣັດເຊຍ ຈະຖືມັນເປັນເປົ້າໝາຍໂຈມຕີທາງການທະຫານທີ່ຖືກຕ້ອງຕາມກົດໝາຍ. ຣັດເຊຍກ່າວປະນາມວ່າ ການກະທຳທີ່ກ່ຽວຂ້ອງ ໄດ້ເຮັດໃຫ້ສະຖານະການເຄັ່ງຕຶງຂຶ້ນຕື່ມອີກ ແລະ ໄດ້ສົ່ງບົດບັນທຶກທາງການທູດຕໍ່ປະເທດທີ່ກ່ຽວຂ້ອງທັງໝົດ.