ເວລາປະມານ 23 ໂມງ 30 ນາທີຂອງວັນທີ 18 ທັນວານີ້, ກຳປັ່ນທະຫານ“ສຸໂຂໄທ” ກອງທະຫານເຮືອລາຊູປະຖຳຂອງໄທ ຫລົ້ມຢູ່ເຂດທະເລໃກ້ກັບແຂວງປະຈວບຄີຣີຂັນ. ອີງຕາມສະພາບການກູ້ໄພທີ່ກອງທະຫານເຮືອໄທປະກາດໃນເວລາ 7 ໂມງຂອງວັນທີ 19 ນີ້, ຢູ່ໃນກຳປັ່ນລຳທີ່ເກີດເຫດມີທະຫານ 106 ຄົນ, ປັດຈຸບັນມີ 78 ຄົນໄດ້ຮັບການຊ່ວຍເຫລືອ, ອີກ 28 ຄົນຂີ່ເຮືອຊູຊີບຍັງຢູ່ເທິງທະເລຢູ່.
ໂຄສົກກອງທະຫານເຮືອໄທກ່າວວ່າ, ໃນເວລາເກີດເຫດ, ເຂດທະເລ ດັ່ງກ່າວມີກະແສຄື້ນສູງ, ເຮັດໃຫ້ກຳປັ່ນອຽງ, ນ້ຳທະເລເຂົ້າໄປໃນລະບົບພະລັງງານໄຟຟ້າ ເຮັດໃຫ້ແຫຼ່ງໄຟຟ້າປິດ, ລະບົບເຄື່ອງຈັກບໍ່ປະຕິບັດງານ, ບໍສາມາດຄວບຄຸມກຳປັ່ນໄດ້ ສຸດທ້າຍກຳປັ່ນໄດ້ຫລົ້ມລົງທະເລ.
ງຈາກໄດ້ຮັບແຈ້ງຂ່າວ, ກອງທະຫານເຮືອໄທໄດ້ສົ່ງກຳປັ່ນ ແລະ ຍົນເຮລິຄອບເຕໄປດຳເນີນການກູ້ໄພຢູ່ເຂດທະເລທີ່ເກີດເຫດໃນທັນທີ, ປັດຈຸບັນ ກຳ ລັງດຳເນີນການກອບກູ້ທະຫານທີ່ຍັງເຫຼືອຢູ່ເທິງທະເລ.