ການປະທະກັນລະຫວ່າງຣັດເຊຍ-ອູແກຣນຕ້ອງແກ້ໄຂໂດຍສັນຕິຜ່ານວິທີທີ່ສອດຄ່ອງກັບກົດບັດສະຫະປະຊາຊາດ

2022-12-20 11:54:08 cri

ວັນທີ 19 ທັນວານີ້, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ຈັດກອງປະຊຸມຖະແຫຼງຂ່າວ ໂດຍໄດ້ຕອບຄຳຖາມນັກຂ່າວກ່ຽວກັບການປະທະກັນລະຫວ່າງຣັດເຊຍ-ອູແກຣນ ແລະບັນຫາສາກົນອື່ນໆ.


ທ່ານ ກູເຕີເຣັສ ກ່າວວ່າ: ການປະທະກັນລະຫວ່າງຣັດເຊຍ-ອູແກຣນຕ້ອງແກ້ໄຂໂດຍສັນຕິຜ່ານວິທີທີ່ສອດຄ່ອງກັບກົດບັດສະຫະປະຊາຊາດ. ສະຫະປະຊາຊາດຈະສືບຕໍ່ສະໜອງເວທີສົນທະນາກັນ ເພື່ອຫຼຸດຜ່ອນຈຳນວນຜູ້ເສຍຊີວິດແລະໄດ້ຮັບບາດເຈັບ. ຫວັງວ່າຣັດເຊຍ ແລະ ອູແກຣນ ຈະສາມາດສິ້ນສຸດການປະທະກັນໂດຍໄວເທົ່າທີ່ຈະໄວໄດ້, ແກ້ໄຂສະພາບທີ່ເປັນປໍລະປັກກັນໃນປັດຈຸບັນຜ່ານການສົນທະນາກັນ.


ທ່ານ ກູເຕີເຣັສ ກ່າວຕື່ມວ່າ: ສັນຍາວ່າດ້ວຍການຂົນສົ່ງທັນຍາຫານຜ່ານ ທະເລດຳ ກຳລັງດຳເນີນໄປຢ່າງຕໍ່ເນື່ອງ, ອູແກຣນໄດ້ຟື້ນຟູການສົ່ງອອກທັນຍາຫານໄປສູ່ເຂດທະເລດຳ. ໃນອາທິດຜ່ານມານີ້, ສະຫະປະຊາຊາດ ແລະ ສະຫະພາບເອີລົບໄດ້ກ້າວເຖິງຂັ້ນເຊັນສັນຍາ ໂດຍອະນຸຍາດບໍລິສັດຣັດເຊຍຈຳນວນໜຶ່ງທີ່ຖືກລົງໂທດໃນເມື່ອກ່ອນສາມາດສົ່ງອອກຝຸ່ນເຄມີໄດ້.


ທ່ານ ກູເຕີເຣັສ ກ່າວເນັ້ນໜັກວ່າ: ປັດຈຸບັນ ວິກິດການທັນຍາຫານໃນທົ່ວໂລກປີ 2022 ໄດ້ຮັບການຫຼົບຫຼີກ, ແຕ່ເມື່ອຮອດປີ 2023 ຝຸ່ນເຄມີຕ້ອງໄດ້ຮັບການຄ້ຳປະກັນໃນດ້ານຍອດຈຳນວນ ແລະ ລາຄາ, ຈິ່ງສາມາດຫຼີກລ່ຽງວິກິດການດ້ານທັນຍາຫານຮອບໃໝ່ທີ່ແຝງຊ້ອນຢູ່ໄດ້.