ເຂື່ອນໄຟຟ້າ ໄປເຮີ້ຖ່ານ ເລີ່ມຜະລິດໄຟຟ້າ

2022-12-20 14:03:11 cri

ວັນທີ20ທັນວານີ້, ເຄື່ອງຈັກສຸດທ້າຍຂອງເຂື່ອນໄຟຟ້ານ້ຳຕົກ ໄປເຮີ້ຖ່ານ ສຳເລັດການທົດລອງເປັນເວລາ 72 ຊົ່ວໂມງ, ເລີ່ມຜະລິດໄຟຟ້າຢ່າງເປັນທາງການ. ມາຮອດປັດຈຸບັນ, ເຄື່ອງຈັກທີ່ມີຄວາມສາມາດຜະລິດໄຟຟ້າລ້ານກິໂລວັດ ລວມ 16 ໜ່ວຍຂອງເຂື່ອນໄຟຟ້າ ໄປເຮີ້ຖ່ານ ໄດ້ເລີ່ມຜະລິດໄຟຟ້າແລ້ວ, ເປັນຂີດໝາຍສະແດງໃຫ້ເຫັນວ່າ ແລວພະລັງງານສະອາດໃຫຍ່ກວ່າໝູ່ຢູ່ໃນໂລກເທິງແມ່ນ້ຳຢັງຊິກຽງໄດ້ສ້າງສຳເລັດຢ່າງຮອບດ້ານ.

ເຂື່ອນໄຟຟ້າ ໄປເຮີ້ຖ່ານ ຕັ້ງຢູ່ແຂວງເສສວນ, ແມ່ນກິດຈະການຜະລິດໄຟຟ້າດ້ວຍພະລັງງານນ້ຳທີ່ມີຂະໜາດໃຫຍ່ກວ່າໝູ່ ແລະ ມີເຕັກນິກຫຍຸ້ງຍາກກວ່າໝູ່ຢູ່ໃນໂລກປັດຈຸບັນ, ຕົ້ນຕໍແມ່ນຜະລິດໄຟຟ້າ ນອກນັ້ນຍັງມີພາລະບົດບາດປ້ອງກັນນ້ຳນອງ, ການເດີນເຮືອ ແລະຊຸກຍູ້ການພັດທະນາເສດຖະກິດສັງຄົມຢູ່ທ້ອງຖິ່ນ.


ຄຽງຄູ່ກັບແລວພະລັງງານສະອາດທີ່ໃຫຍ່ກວ່າໝູູ່ຢູ່ໃນໂລກໄດ້ຮັບການສ້າງສຳເລັດຢ່າງຮອບດ້ານແລ້ວ, ຍັງສາມາດປະຢັດຖ່ານຫີນມາດຕະຖານໄດ້ 90,45 ລ້ານໂຕນຕໍ່ປີ, ຫຼຸດຜ່ອນການປ່ອຍກາກບອນດີອອກຊິດໃຫ້ໜ້ອຍລົງປະມານ 248,4 ລ້ານໂຕນ, ມີບົດບາດທີ່ດີຕໍ່ການປັບປຸງໂຄງປະກອບດ້ານພະລັງງານ, ພ້ອມທັງຊ່ວຍຊຸກຍູ້ໃຫ້ບັນລຸເປົ້າໝາຍທີ່ຈຳນວນການປ່ອຍກາກບອນດີອອກຊິດໃຫ້ສູງຂຶ້ນເຖິງລະດັບສູງສຸດແລ້ວຫຼຸດຕ່ຳລົງ, ແລະປອດການປ່ອຍກາກບອນດິອອກຊິດໃນທີ່ສຸດ.