ທ່າກໍາປັ່ນຊີ່ງຕາວຂອງຈີນໃຫ້ການບໍລິການເດີນເຮືອເປັນປະຈໍາສໍາລັບກໍາປັ່ນໃຫຍ່ພິເສດທີ່ຍາວ 400 ແມັດ

2022-12-22 16:35:57 CRI

    ທ່າກໍາປັ່ນຊີ່ງຕາວຂອງຈີນເປີດເຜີຍໃຫ້ຮູ້ວ່າ: ນັບແຕ່ຕົ້ນປີ 2022 ມາຮອດວັນທີ 20 ທັນວານີ້, ຈໍານວນກໍາປັ່ນບັນທຸກຕູ້ຄອນເທັນເນີໃຫຍ່ພິເສດຍາວ 400 ແມັດທີ່ແລ່ນຜ່ານທ່າກໍາປັ່ນຊີ່ງຕາວແມ່ນມີຫຼາຍກວ່າ 300 ເທື່ອລໍາ, ສໍາລັບ ຈໍານວນກໍາປັ່ນບັນທຸກຕູ້ຄອນເທັນເນີທີ່ຍາວ 200 ແມັດ ຫຼືຍາວກວ່າ 200 ແມັດນັ້ນແມ່ນມີຫຼາຍກວ່າ 3.900 ເທື່ອລໍາ, ເຊິ່ງໄດ້ເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ. ເດືອນມັງກອນ ຫາ ເດືອນພະຈິກ 2022 ນີ້, ທ່າກໍາປັນຊີ່ງຕາວໄດ້ເພີ່ມເສັ້ນທາງການເດີນເຮືອ 26 ສາຍ, ໄດ້ເຮັດໃຫ້ຕາໜ່າງການຄົມມະນາຄົມທາງທະເລມີຄວາມໜາແໜ້ນຫຼາຍກວ່າເກົ່າ.