ເດີ່ນຍົນພູພຽງສູງແຫ່ງທຳອິດຢູ່ເຂດຊິ່ນຈ່ຽງເລີ່ມບໍລິການຢ່າງເປັນທາງການ

2022-12-23 11:58:51 cri

ວັນທີ 23 ທັນວານີ້, ບໍລິສັດການບິນພາກໃຕ້ ໄດ້ເປີດເສັ້ນທາງການບິນໄປກັບລະຫວ່າງອູລູມກີ-ທັສຄູເອີການຢ່າງເປັນທາງການ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ເດີ່ນຍົນຮົງຊີລາຝູຂອງທັສຄູເອີການ ເດີ່ນຍົນພູພຽງສູງແຫ່ງທຳອິດຢູ່ເຂດຊິ່ນຈ່ຽງ ທີ່ຕັ້ງຢູ່ເບື້ອງຕາເວັນຕົກສຸດຂອງຈີນນັ້ນໄດ້ເປີດນຳໃຊ້ຢ່າງເປັນທາງການ. ຫຼັງຈາກເປີດນຳໃຊ້ແລ້ວ, ຄາດວ່າແຕ່ລະປີຈະສາມາດຕອບສະໜອງຄວາມຕ້ອງການຕ້ອນຮັບນັກທ່ອງທ່ຽວໄດ້ເຖິງ 160.000 ເທື່ອຄົນ ແລະຂົນສົ່ງສິນຄ້າໄດ້ 400 ໂຕນ.


ຕາມຂ່າວແຈ້ງໃຫ້ຮູ້ວ່າ, ການບິນພົນລະເຮືອນຈີນລະບຸວ່າ: ເດີ່ນຍົນທີ່ສູງກວ່າລະດັບໜ້ານ້ຳທະເລເຖິງ 2.438 ແມັດຂຶ້ນໄປ ໄດ້ກາຍເປັນເດີ່ນຍົນພູພຽງສູງ. ເດີ່ນຍົນແຫ່ງນີ້ສູງເຖິງ 3.258,4 ແມັດ.

ຫຼັງຈາກເປີດນຳໃຊ້ເດີ່ນຍົນຮົງຊີລາຝູຂອງທັສຄູເອີການແລ້ວ, ເດີ່ນຍົນຢູ່ເຂດຊິ່ນຈ່ຽງມີເຖິງ 25 ແຫ່ງ, ສືບຕໍ່ເປັນອັນດັບທີໜຶ່ງໃນບັນດາແຂວງ, ເຂດປົກຄອງຕົນເອງ ແລະກຳແພງນະຄອນໃນທົ່ວປະເທດຈີນ.