ປະທານາທິບໍດີຝຣັ່ງຮຽກຮ້ອງໃຫ້ເອີຣົບຫຼຸດຜ່ອນການເພິ່ງພາອາໄສອາເມຣິກາດ້ານຄວາມໝັ້ນຄົງ

2022-12-23 16:18:36 CRI

 

    ສື່ມວນຊົນອາເມຣິກາລາຍງານໃຫ້ຮູ້ໃນວັນທີ 22 ທັນວານີ້ວ່າ, ທ່ານເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງໄດ້ຮຽກຮ້ອງໃຫ້ທະວີບເອີຣົບຫຼຸດຜ່ອນການເພິ່ງພາອາໄສອາເມຣິກາດ້ານຄວາມໝັ້ນຄົງ.

    ທ່ານ ເອັມມານູເອວ ມາຄຣົງ ກ່າວວ່າ: ທະວີບເອີຣົບຕ້ອງມີຈຸດຢືນທີ່ເດັດດ່ຽວກວ່າເກົ່າຕໍ່ກຸ່ມນາໂຕ, ຫຼຸດການເພິ່ງພາອາໄສອາເມຣິກາໃຫ້ໜ້ອຍລົງ, ພັດທະນາຄວາມສາມາດດ້ານການປ້ອງກັນຕົນເອງ, ເພື່ອຮັບປະກັນສັນຕິພາບຂອງທະວີບເອີຣົບທີ່ໄດ້ຮັບຜົນກະທົບຈາກວິກິດການອູແກຣນ. ທະວີບເອີຣົບຍັງຕ້ອງມີສິດເປັນເຈົ້າຕົນເອງຫຼາຍກວ່າເກົ່າໃນດ້ານເຕັກນິກ ແລະການປ້ອງກັນປະເທດ.

    ສື່ມວນຊົນອາເມຣິກາໄດ້ວິເຄາະເລື່ອງນີ້ໂດຍເຫັນວ່າ: ທ່ານເອັມມານູເອວ ມາຄຣົງ ພວມເດີນຕາມເສັ້ນທາງທີ່ມີເລ່ຫຼ່ຽມ, ເພິ່ນໄດ້ຮຽກຮ້ອງໃຫ້ປະເທດຕາເວັນຕົກສະໜອງການຮັບປະກັນຄວາມໝັ້ນຄົງໃຫ້ຣັດເຊຍ ແລະຖືເປັນເນື້ອໃນສ່ວນໜຶ່ງຂອງການເຈລະຈາກ່ຽວກັບການສິ້ນສຸດວິກິດການອູແກຣນ ແລະປ້ອງກັນບໍ່ໃຫ້ການປະທະກັນແຜ່ລາມຢູ່ທະວີບເອີຣົບ. ຄໍາເວົ້າດັ່ງກ່າວນີ້ຈະເຮັດໃຫ້ອູແກຣນ ແລະປະເທດພັນທະມິດຈໍານວນໜຶ່ງເກີດຄວາມບໍ່ພໍໃຈ.