ສິ່ງມີຊີວິດ 65% ໃນເຂດແອນຕາກຕິກມີຄວາມສ່ຽງທີ່ຈະສູນພັ

2022-12-23 15:31:04 CRI

 

 

     ສຳນັກຂ່າວCNNລາຍງານໃຫ້ຮູ້ໃນວັນທີ 22 ທັນວານີ້ວ່າ, ອີງຕາມຜົນການຄົ້ນຄວ້າຫຼ້າສຸດສະແດງໃຫ້ເຫັນວ່າ: ຖ້າບໍ່ສາມາດຄວບຄຸມການປ່ອຍມົນລະພິດຈາກວັດຖຸເຊື້ອໄຟຊາກຫີນທີ່ເຮັດໃຫ້ດິນຟ້າອາກາດທົ່ວໂລກອຸ່ນຂຶ້ນໄດ້, ສິ່ງມີຊີວິດ 65% ໃນເຂດແອນຕາກຕິກກໍອາດຈະສູນພັນໃນທ້າຍສະຕະວະ 21 ນີ້.

    ອີງຕາມຕົວເລກຄົ້ນຄວ້າຫຼ້າສຸດສະແດງໃຫ້ເຫັນວ່າ: ຄວາມໄວການລະລາຍຂອງນໍ້າກ້ອນຢູ່ເຂດແອນຕາກຕິກໃນປັດຈຸບັນນີ້ ໄດ້ໄວກວ່າເມື່ອຫຼາຍສິບປີກ່ອນ. ນັກຄົ້ນຄວ້າຮຽກຮ້ອງວ່າ,  ມວນມະນຸດຕ້ອງມີການເຄື່ອນໄຫວໃນທົ່ວໂລກທີ່ແນໃສ່ການປ່ຽນແປງຂອງດິນຟ້າອາກາດ, ປະຕິບັດວຽກງານປົກປັກຮັກສາຢູ່ພາກພື້ນຫຼາຍກວ່າເກົ່າ, ເພື່ອໃຫ້ສິ່ງທີ່ມີຊີວິດໃນເຂດແອນຕາກຕິກມີໂອກາດຢູ່ລອດໃນອະນາຄົດ.