ທ່ານຫວາງຢີ້ໂອ້ລົມກັນທາງໂທລະສັບກັບລັດຖະມົນຕີກະຊວງການຕ່າງປະເທດສິງກະໂປຕາມນັດ

2022-12-25 15:02:13 CRI

 

ຕາມຂ່າວCRI: ວັນທີ 24 ທັນວານີ້, ທ່ານຫວາງຢີ້, ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ໂອ້ລົມກັນທາງໂທລະສັບກັບທ່ານວິວຽນ ບາຣາຄຣິສນານ, ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປຕາມນັດ.

 

ທ່ານຫວາງຢີ້ກ່າວວ່າ: ທົ່ວໂລກໄດ້ເຂົ້າສູ່ໄລຍະທີ່ມີຄວາມປັ່ນປ່ວນແລະການປ່ຽນແປງ,  ຈີນແລະສິງກະໂປເພີ່ມທະວີການແລກປ່ຽນແລະການປະສານງານກັນ, ຮັບມືກັບສິ່ງທ້າທາຍຮ່ວມກັນ, ເປັນຜູ້ຮັກສາສະຖຽນລະພາບຂອງພາກພື້ນກໍຄືຂອງໂລກ. ໃນໄລຍະສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ຄວນສະຫຼຸບບົດຮຽນທີ່ສຳເລັດຜົນ, ເພື່ອເພີ່ມພະລັງແຮງໃໝ່ເຂົ້າໃນການຂະຫຍາຍການພົວພັນສອງຝ່າຍໃຫ້ໝັ້ນຄົງກວ່າເກົ່າ.

 

ທ່ານວິວຽນ ບາຣາຄຣິສນານໄດ້ຕີລາຄາສູງຕໍ່ການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງສິງກະໂປ-ຈີນ, ໃຫ້ຄວາມສຳຄັນແກ່ຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນແລະຜົນສຳເລັດໃນການຮ່ວມມືທີ່ໄດ້ຮັບລະຫວ່າງສອງຝ່າຍ, ຫວັງວ່າຈະທຳການກະກຽມໃຫ້ດີເພື່ອການແລກປ່ຽນຂັ້ນສູງກັບຈີນໃນຂັ້ນຕອນຕໍ່ໜ້ານີ້, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງຝ່າຍໄດ້ຮັບການຂະຫຍາຍຕົວຢ່າງໃຫຍ່ກວ່າເກົ່າ.