ທ່ານສີຈິ້ນຜິງກ່າວເນັ້ນໃນກອງປະຊຸມວຽກງານຊົນນະບົດສູນກາງວ່າ: ສຸມໃສ່ເປົ້າໝາຍການສ້າງສາປະເທດເຂັ້ມແຂງດ້ານກະສິກຳ ເຮັດວຽກງານກະສິກຳແລະຊົນນະບົດໃຫ້ດີຢ່າງແທ້ຈິງ

2022-12-25 15:03:45 CRI

 

ຕາມຂ່າວCRI: ວັນທີ 23 ຫາວັນທີ 24 ທັນວານີ້, ກອງປະຊຸມວຽກງານຊົນນະບົດສູນກາງພັກຄອມມູນິດຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມກອງປະຊຸມແລະກ່າວຄຳປາໄສອັນສຳຄັນໂດຍກ່າວເນັ້ນວ່າ: ການຊຸກຍູ້ໃຫ້ຊົນນະບົດມີຄວາມຈະເລີນຮຸ່ງເຮືອງຢ່າງຮອບດ້ານ, ການເພີ່ມທະວີການສ້າງສາປະເທດເຂັ້ມແຂງດ້ານກະສິກຳ, ແມ່ນການຈັດວາງດ້ານຍຸດທະສາດຂອງສູນກາງພັກຄອມມູນິດຈີນເພື່ອສ້າງປະເທດສັງຄົມນິຍົມທີ່ທັນສະໄໝແລະເຂັ້ມແຂງໃຫ້ສຳເລັດຜົນຢ່າງຮອບດ້ານ. ການສ້າງປະເທດເຂັ້ມແຂງຕ້ອງພັດທະນາກະສິກຳໃຫ້ເຂັ້ມແຂງ, ກະສິກຳມີຄວາມເຂັ້ມແຂງຈຶ່ງສາມາດເຮັດໃຫ້ປະເທດມີຄວາມເຂັ້ມແຂງໄດ້. ບໍ່ມີປະເທດເຂັ້ມແຂງດ້ານກະສິກຳກໍ່ບໍ່ມີປະເທດທັນສະໄໝທີ່ເຂັ້ມແຂງໂດຍລວມ; ບໍ່ມີກະສິກຳແລະຊົນນະບົດແບບທັນສະໄໝ, ກໍບໍ່ມີສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ. ຕ້ອງພະຍາຍາມສຸດຂີດ, ເພື່ອເຮັດວຽກງານຕ່າງໆດ້ານ “ກະສິກຳ ຊົນນະບົດ ຊາວກະສິກອນ”ທີ່ຖື ການເຮັດໃຫ້ຊົນນະບົດມີຄວາມຈະເລີນຮຸ່ງເຮືອງເປັນຈຸດໜັກໃຫ້ດີ, ພະຍາຍາມຊຸກຍູ້ການຫັນເປັນທັນສະໄໝດ້ານກະສິກຳແລະຊົນນະບົດຢ່າງແຂງແຮງ, ພະຍາຍາມສູ້ຊົນເພື່ອການສ້າງສາປະເທດເຂັ້ມແຂງດ້ານກະສິກຳ.

 

ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນເປັນປະທານກອງປະຊຸມ. ທ່ານຫຼີສຽງ, ທ່ານຫວາງຮູ້ໜີງ, ທ່ານຫານຈຶ້ງ, ທ່ານໄຊ້ຊີ, ທ່ານຕີ່ງແຊ່ຊຽງໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.