ຍອດຜົນຜະລິດດອກຝ້າຍຂອງຈີນໃນປີ 2022 ໄດ້ເພີ່ມຂຶ້ນ 4,3% ເມື່ອທຽບໃສ່ປີ 2021

2022-12-26 15:55:20 CRI

ເວັບໄຊອົງການສະຖິຕິແຫ່ງຊາດຈີນເປີດເຜີຍໃຫ້ຮູ້ວ່າ: ຕົວເລກຂໍ້ມູນກ່ຽວກັບຍອດຜົນຜະລິດດອກຝ້າຍໃນທົ່ວປະເທດ ທີ່ອົງການສະຖິຕິແຫ່ງຊາດຈີນເປີດເຜີຍສະແດງໃຫ້ເຫັນວ່າ: ເນື້ອທີ່ປູກຝ້າຍໃນທົ່ວປະເທດຈີນໃນປີ 2022 ມີເຖິງ 3 ລ້ານກວ່າເຮັກຕາ, ຫຼຸດລົງ 27.866 ກວ່າເຮັກຕາ ຫຼື 0,9% ເມື່ອທຽບໃສ່ປີ 2021; ຜົນຜະລິດດອກຝ້າຍບັນລຸໄດ້ເກືອບ 2.000 ກິໂລຕໍ່ເຮັກຕາ, ເພີ່ມຂຶ້ນເກືອບ 100 ກິໂລ ຫຼື 5,3% ຕໍ່ເຮັກຕາ ເມື່ອທຽບໃສ່ປີ 2021; ຜົນຜະລິດມີເຖິງ 5,977 ລ້ານໂຕນ, ເພີ່ມຂຶ້ນ 2,46 ແສນໂຕນ ຫຼື 4,3% ເມື່ອທຽບໃສ່ປີ 2021.