ການສົ່ງອອກຜະລິດຕະພັນບໍ່ເປັນວັດຖຸດິບ ແລະ ຜະລິດຕະພັນບໍ່ເປັນພະລັງງານຂອງຣັດເຊຍໃນ 10 ເດືອນປີນີ້ຫຼຸດລົງ 1,5%

2022-12-26 11:45:40 cri


ວັນທີ 24 ທັນວາ 2022, ທ່ານເດນິສ ມັນຕູຣົຟ, ຮອງນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຣັດເຊຍກ່າວວ່າ: ໃນ 10 ເດືອນປີນີ້, ການສົ່ງອອກຜະລິດຕະພັນບໍ່ເປັນວັດຖຸດິບ ແລະ ຜະລິດຕະພັນບໍ່ເປັນພະລັງງານຂອງຣັດເຊຍໄດ້ຫຼຸດລົງ 1,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ອີງຕາມຕົວເລກສະຖິຕິທີ່ສູນສົ່ງອອກສິນຄ້າຣັດເຊຍເປີດເຜີຍໃຫ້ຮູ້ນັ້ນ, ໃນ 10 ເດືອນປີ 2021, ຣັດເຊຍໄດ້ສົ່ງອອກຜະລິດຕະພັນບໍ່ເປັນວັດຖຸດິບ ແລະ ຜະລິດຕະພັນບໍ່ເປັນພະລັງງານ ມູນຄ່າ 153 ຕື້ໂດລາ, ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020 ເພີ່ມຂຶ້ນ 40%.