ປະເທດລາວຍົກເລີກຂໍ້ກຳນົດກ່ຽວກັບການປ້ອງກັນພະຍາດໂຄວິດ-19 ຢູ່ຕາມດ່ານເຂົ້າເມືອງຢ່າງສິ້ນເຊີງ

2022-12-27 12:42:35 cri

ຫວ່າງມໍ່ໆມານີ້, ລັດຖະບານລາວໄດ້ປະກາດຍົກເລີກຂໍ້ກຳນົດກ່ຽວກັບໃບຢັ້ງຢືນການສັກວັກຊິນຕ້ານໂຄວິດ-19 ແລະ ໃບຢັ້ງຢືນຜົນການກວດນິວຄະເລອິກເປັນລົບພາຍໃນ 48 ຊົ່ວໂມງຢ່າງຮອບດ້ານ.


ເດືອນພຶດສະພາປີນີ້, ລາວປະກາດເປີດປະເທດ ແລະ ອະນຸຍາດໃຫ້ພົນລະເມືອງລາວ, ຊາວຕ່າງປະເທດ, ຊາວຕ່າງດ້າວ ແລະ ບຸກຄົນທີ່ບໍ່ມີສັນຊາດເຂົ້າ-ອອກເມືອງ; ອະນຸຍາດໃຫ້ພົນລະເມືອງຂອງປະເທດທີ່ໄດ້ເຊັນສັນຍາຍົກເວັ້ນວີຊາລະຫວ່າງສອງຝ່າຍ ຫຼື ຝ່າຍດຽວກັບປະເທດລາວ ສາມາດເຂົ້າປະເທດລາວໄດ້ ໂດຍບໍ່ຕ້ອງມີວີຊາ. ແຕ່ພົນລະເມືອງລາວ, ຊາວຕ່າງດ້າວ, ຄົນຕ່າງປະເທດ ຫຼືບຸກຄົນທີ່ບໍ່ມີສັນຊາດທີ່ມີອາຍຸ 12 ປີຂຶ້ນໄປ ຍັງຕ້ອງສະໜອງໃບຢັ້ງຢືນການສັກວັກຊິນຕ້ານໂຄວິດ-19 ແລະ ໃບຢັ້ງຢືນຜົນການກວດນິວຄະເລອິກເປັນລົບພາຍໃນ 48 ຊົ່ວໂມງ ກ່ອນຈະເຂົ້າປະເທດລາວ.


ນະໂຍບາຍຂອງລາວໄດ້ພິສູດໃຫ້ເຫັນວ່າ: ລັດຖະບານລາວໄດ້ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງບັງເກີດຜົນໃນໄລຍະຜ່ານມາ ເຊິ່ງຈະຊ່ວຍຊຸກຍູ້ໃຫ້ເສດຖະກິດຂອງລາວສາມາດຟື້ນຕົວຄືນໃໝ່ ແລະ ໄດ້ຮັບພັດທະນາ ໃນໄລຍະທ້າຍຂອງການແພ່ລະບາດຂອງພະຍາດໂຄວິດ-19.