ຕູຣາເຄຍປະກາດໄດ້ຄົ້ນພົບແກັສທຳມະຊາດ 58 ຕື້ແມັດກ້ອນຢູ່ທະເລດຳ

2022-12-27 12:41:35 cri

ວັນທີ 26 ທັນວານີ້, ທ່ານເຣເຊັບ ຕາຢິບ ເອີໂດກັນ ປະທານາທິບໍດີຕູຣາເຄຍກ່າວວ່າ: ຕູຣາເຄຍໄດ້ຄົ້ນພົບແກັສທຳມະຊາດ 58 ຕື້ແມັດກ້ອນຢູ່ທະເລດຳ.


ທ່ານເຣເຊັບ ຕາຢິບ ເອີໂດກັນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວ ທີ່ຈັດຂຶ້ນຫຼັງຈາກກອງປະຊຸມຄະນະລັດຖະບານທີ່ຈັດຂຶ້ນໃນມື້ດຽວກັນວ່າ: ປະລິມານແກັສທຳມະຊາດທີ່ຄົ້ນພົບໃນຄັ້ງນີ້ມີເຖິງ 58 ຕື້ແມັດກ້ອນ. ທ່ານກ່າວຕື່ມວ່າ: ການຄົ້ນພົບຄັ້ງນີ້ໄດ້ສ້າງພື້ນຖານໃຫ້ແກ່ການສຳຫຼວດຊັບພະຍາກອນແກັສທຳມະຊາດໃໝ່ຢູ່ເຂດອ້ອມຂ້າງ ແລະ ຕູຣາເຄຍຈະດຳເນີນການສຳຫຼວດໃໝ່ໂດຍໄວ.


ທ່ານເຣເຊັບ ຕາຢິບ ເອີໂດກັນກ່າວຕື່ມອີກວ່າ: ປະລິມານແກັສທຳມະຊາດທີ່ຕູຣາເຄຍຄົ້ນພົບຢູ່ເຂດທະເລດຳແມ່ນມີເຖິງ 710 ຕື້ແມັດກ້ອນແລ້ວ. ເປົ້າໝາຍຂອງຕູຣາເຄຍແມ່ນສາມາດກຸ້ມຕົນເອງໃນດ້ານການສະໜອງນ້ຳມັນເຊື້ອໄຟ ແລະ ແກັສທຳມະຊາດ.