ອະດີດປະທານາທິບໍດີ ສ.ເກົາຫຼີໄດ້ຮັບການອະໄພຍະໂທດ

2022-12-28 22:12:39 cri


ວັນທີ 27 ທັນວາ 2022, ກະຊວງຍຸຕິທຳ ສ.ເກົາຫຼີໄດ້ເປີດເຜີຍລາຍຊື່ຜູ້ທີ່ໄດ້ຮັບການອະໄພຍະໂທດໃນໄລຍະປີໃໝ່ 2023, ທ່ານລີມຽງບັກ ອະດີດປະທານາທິບໍດີ ສ.ເກົາຫຼີຈະໄດ້ຮັບການອະໄພຍະໂທດໃນວັນທີ 28 ທັນວານີ້.

ອີງຕາມຂ່າວທີ່ກະຊວງຍຸຕິທຳ ສ.ເກົາຫຼີເປີດເຜີຍໃນວັນທີ 27 ທັນວານີ້ໃຫ້ຮູ້ວ່າ, ມີນັກໂທດ 1.373 ຄົນລວມທັງທ່ານລີມຽງບັກ ຈະໄດ້ຮັບການອະໄພຍະໂທດໃນວັນທີ 28 ທັນວານີ້, ເປົ້າໝາຍຜູ້ທີ່ໄດ້ຮັບການອະໄພຍະໂທດລວມມີບຸກຄົນໃນວົງການການເມືອງ, ພະນັກງານລັດ, ຜູ້ໄດ້ຮັບໂທດຍ້ອນການກະທຳຜິດກົດໝາຍໃນການເລືອກຕັ້ງທົ່ວໄປ ແລະອື່ນໆ. ສື່ມວນຊົນ ສ.ເກົາຫຼີລາຍງານວ່າ, ປັດຈຸບັນ, ທ່ານລີມຽງບັກໄດ້ຢຸດການປະຕິບັດໂທດເປັນການຊົ່ວຄາວຍ້ອນບັນຫາສຸຂະພາບ, ພາຍຫຼັງໄດ້ຮັບການອະໄພຍະໂທດແລ້ວ, ການປະຕິບັດໂທດໃນຄຸກທີ່ຍັງເຫຼືອ 15 ປີ ແລະ ເງິນປັບໃໝທີ່ຍັງບໍ່ທັນໄດ້ຈ່າຍນັ້ນຈະໄດ້ຮັບການຍົກເລີກ.