ເຈົ້າໜ້າທີ່ອົງການພະລັງງານປະລະມານູສາກົນຈະຢ້ຽມຢາມອີຣານໃນເດືອນມັງກອນປີໜ້າ

2022-12-29 20:07:36 cri


ວັນທີ 28 ທັນວາ 2022, ທ່ານໂມຮຳມັດ ອິສລາມີ ປະທານອົງການພະລັງງານປະລະມານູອີຣານກ່າວວ່າ: ເຈົ້າໜ້າທີ່ອົງການພະລັງງານປະລະມານູສາກົນຈະຢ້ຽມຢາມອີຣານໃນເດືອນມັງກອນປີ 2023. ໃນໄລຍະຢ້ຽມຢາມເທື່ອນີ້, ສອງຝ່າຍຈະສືບຕໍ່ເປິກສາຫາລືກ່ຽວກັບບັນຫາທີ່ມີຄວາມເຫັນແຕກຕ່າງກັນ.

ທ່ານອິສລາມີ ກ່າວຕື່ມວ່າ: ອີຣານມີຄົນເຈັບນຳໃຊ້ຢາປິ່ນປົວພະຍາດທີ່ມີລັງສີປະມານ 1 ລ້ານຄົນຕໍ່ປີ, ສະນັ້ນ, ອົງການພະລັງງານປະລະມານູອີຣານໄດ້ວາງແຜນຈະຜະລິດຢາປິ່ນປົວພະຍາດລຸ້ນໃໝ່ທີ່ນຳໃຊ້ນ້ຳທາດໜັກເປັນວັດຖຸດິບ.